ເປີດນຳໃຊ້ປ້ຳນ້ຳມັນເຊື້ອໄຟກອງທັບ ແບບທັນສະໄໝ ຜ່ານລະບົບສະແກນ ຄິວອາໂຄດ
ພິທີເປີດການນຳໃຊ້ປ້ຳນ້ຳມັນເຊື້ອໄຟກອງທັບ ແບບທັນສະໄໝ ໄດ້ຈັດຂຶ້ນວັນທີ 23 ກຸມພາ 2023 ນີ້ ຢູ່ທີ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ທ່ານ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຫົວໜ້າກົມ, ຄະນະກົມ ພ້ອມດ້ວຍພະນັກງານວິຊາການກົມນ້ຳມັນເຊື້ອໄຟເຂົ້າຮ່ວມ.
ທ່ານ ພັນເອກ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນ້ຳມັນເຊື້ອໄຟ ກ່າວວ່າ: ປ້ຳນ້ຳມັນກະຊວງປ້ອງກັນປະເທດ ແມ່ນໜຶ່ງໃນບັນດາປ້ຳນ້ຳມັນ ແລະ ສາງນ້ຳມັນຍຸດທະສາດຂອງກອງທັບຢູ່ພາຍໃຕ້ການຊີ້ນຳທາງດ້ານວິຊາສະເພາະຂອງກົມນ້ຳມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ໃນເມື່ອກ່ອນເອີ້ນວ່າປ້ຳນ້ຳມັນໂພນເຄັງຂຶ້ນກັບກົມນ້ຳມັນເຊື້ອໄຟເປັນປ້ຳນ້ຳມັນ1 ໃນ 3 ປ້ຳຂອງລະບອບເກົ່າ (ປ້ຳໂພນເຄັງ, ຈີ່ນາຍໂມ້ ແລະ ສີໄຄ) ມາຮອດປີ 2008 ຈຶ່ງໄດ້ປັບປຸງໃໝ່ໂດຍປະຕິບັດຕາມແຜນການຍຸດທະສາດໃນການປັບປຸງກໍ່ສ້າງກອງ ທັບປະຕິວັດມີແບບແຜນທັນສະໄໝ ໂດຍສະເພາະແມ່ນການປັບປຸງກໍ່ສ້າງຂະແໜງນ້ຳມັນເຊື້ອໄຟກອງທັບໃຫ້ກ້າວໜ້າ, ເຂັ້ມແຂງ, ໜັກແໜ້ນ ແລະ ຫັນເປັນທັນສະໄໝ. ດັ່ງນັ້ນ, ກະຊວງປ້ອງກັນປະເທດຈຶ່ງໄດ້ອະນຸມັດງົບປະມານກໍ່ສ້າງປ້ຳນ້ຳມັນກະຊວງປ້ອງກັນປະເທດຕາມໜັງສືສະເໜີຂອງກົມນ້ຳມັນເຊື້ອໄຟສະບັບເລກທີ 074/ກຊຟ, ລົງວັນທີ 15 ກຸມພາ 2022 ມີມູນຄ່າທັງໝົດ 1,9 ຕື້ກວ່າກີບ. ທັງນີ້ກໍເພື່ອຮັບປະກັນໃຫ້ມີຄວາມສະດວກ, ມີຄວາມປອດໄພ, ປະຫຍັດ, ຫລຸດຜ່ອນກຳລັງ ໃນການເຮັດໜ້າທີ່ເບີກ-ຈ່າຍນ້ຳມັນ ໂດຍນຳໃຊ້ວິທີການທີ່ທັນສະໄໝຜ່ານລະບົບສະແກນ (ຄິວອາໂຄດ) ໂຄງປະກອບຂອງປ້ຳມີບໍລິມາດບັນຈຸແອັດຊັງ 22.000 ລິດ, ກາຊວນ 30.000 ລິດ, ລະບົບເບີກຈ່າຍແມ່ນມີ 8 ຫົວຈ່າຍນ້ຳມັນ, ສາມາດຮັບປະກັນໃຫ້ບັນດາກົມກອງທີ່ຢູ່ອ້ອມຂ້າງຄ້າຍໂພນເຄັງ ແລະ ບັນດາກົມກອງອື່ນໆ ສາມາດເບີກຈ່າຍ-ໄດ້ທຸກເວລາ, ມີຈັກໄຟຟ້າສຳຮອງເພື່ອຮັບປະກັນເວລາໄຟຕິດຂັດ.
ໂອກາດດຽວກັນ, ທ່ານ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ກົມນ້ຳມັນເຊື້ອໄຟ ແລະ ຍັງຮຽກຮ້ອງໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໂດຍສະເພາະແມ່ນວຽກງານປົກປັກຮັກສາ, ຄຸ້ມຄອງໃຫ້ມີຄວາມທົນທານ, ມີປະສິດທິພາບ, ການເບີກ-ຈ່າຍໃຫ້ທັນເວລາ ແລະ ສະພາບການ.