ຂໍໃຫ້ເຈົ້າໜ້າທີ່ຮັກສາຄວາມສະຫງົບ ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ
ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ບໍ່ວ່າໃຜກໍຈະດີໃຈ ແລະ ມີຄວາມເບີກບານມ່ວນຊື່ນໃນເມື່ອສັງຄົມມີຄວາມສະຫງົບສຸກ, ໄປມາທາງໃດກໍມີຄວາມສະດວກປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ, ປາສະຈາກການຂີ້ລັກງັດແງະ, ປຸ້ນຈີ້ຂ້າພະເຈົ້າເອົາຂອງ ກໍ່ກວນຄວາມບໍ່ສະຫງົບບ້ານເມືອງ. ແຕ່ສິ່ງນັ້ນຈະໄດ້ມາສ່ວນຕົ້ນຕໍກໍຕ້ອງແມ່ນຄວາມແຂ່ງແກ່ນຂະຫຍັນຂັນແຂງຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເວົ້າຫຍໍ້ໆມາກໍແມ່ນເຈົ້າໜ້າທີ່ຜູ້ເຮັດວຽກງານດັ່ງກ່າວຕ້ອງເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ ແລະ ໃນຜ່ານມານີ້ ຢູ່ສັງຄົມເຮົາເຖິງວ່າສິ່ງຮ້າຍແຮງດັ່ງກ່າວຍັງບໍ່ປາກົດມີຫລາຍ ແລະ ຮ້າຍແຮງຄືປະເທດອື່ນ, ແຕ່ເມື່ອມໍ່ໆມານີ້ ກໍໄດ້ເລີ່ມກໍ່ຕົວຂຶ້ນ ໂດຍສະເພາະການປຸ້ນຈີ້ຊີງຊັບ-ຂ້າເຈົ້າເອົາຂອງ, ບັນຫາຢາເສບຕິດ, ຄ້າຂາຍເຖື່ອນ ແລະ ອື່ນໆ ຈົນເກີດມີສະພາບຄາດຕະກຳຕ່າງໆເກີດຂຶ້ນຢ່າງໜ້າສະຫຍອງຂວັນ. ດັ່ງສື່ຕ່າງໆຂອງເຮົາໄດ້ລາຍງານກໍຈົນເກືອບວ່າມີເປັນປະຈຳ ແລະ ຂ່າວສ່ວນຫລາຍກໍມີແຕ່ລາຍງານວ່າເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນນຳຈັບຕົວຄົນຮ້າຍມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ, ແຕ່ຂ່າວວ່າເຈົ້າໜ້າທີ່ສາມາດຈັບຕົວຄົນຮ້າຍ ຫລື ຄາດຕະກອນຜູ້ກໍ່ເຫດມາລົງໂທດແມ່ນເຫັນໜ້ອຍ, ບາງທີ່ຈຸດນີ້ກໍແມ່ນຍ້ອນຄວາມພະຍາຍາມຂອງເຈົ້າໜ້າທີ່ບໍ່ແຂງແຮງພໍບໍ ? ຫລືວ່າ ເຫດຜົນໃດ ? ມີຜູ້ເສຍຫາຍຫລາຍຄົນເລົ່າສູ່ຟັງວ່າ: ຖ້າຢາກໃຫ້ເຈົ້າໜ້າທີ່ຂະຫຍັນກໍຕ້ອງມີນ້ຳມີຕ່ອນໃຫ້ເພິ່ນ, ກ່ອນຈະຊອກລົດຈັກຄັນໜຶ່ງທີ່ຖືກຄົນຮ້າຍລັກໄປຄືນມາໄດ້ກໍຕ້ອງໝົດຫລາຍເຕີບ ເຊິ່ງຍັງບໍ່ທັນເວົ້າຮອດການນຳຕາມຫາລົດໃຫຍ່ເສຍຫາຍ ຫລື ຄາດຕະກອນທີ່ເປັນອັນຕະລາຍຍິ່ງຕ້ອງການໃຊ້ຈ່າຍຫລາຍກວ່ານີ້. ເອົາລະນີ້ເປັນພຽງຫາງສຽງຕໍ່ສ່ວນບຸກຄົນເທົ່ານັ້ນ, ສ່ວນກຳລັງເຈົ້າໜ້າທີ່ເຮົາຄາດວ່າເພິ່ນຈະບໍ່ເປັນແນວນັ້ນ ແລະ ເຖິງແນວໃດກໍດີ ຂໍໃຫ້ກຳລັງເຈົ້າໜ້າທີ່ເຮົາເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ ເພື່ອຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.