ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ຍົກສູງຄຸນນະພາບ ຂອງວຽກງານຕິດຕາມ, ກວດກາ, ເດັດຂາດ ໃນການແກ້ໄຂຜົນຂອງການກວດກາ ແລະ ບັນຫາຫຍໍ້ທໍ້ທີ່ເກີດຂຶ້ນ, ທັງຮັບປະກັນປະສິດທິພາບ

ວັນທີ 24 ກຸມພາ 2023 ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງຄະນະພັກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ ໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບວິດີໂອທາງໄກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ໂດຍມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ສ່ອງແສງ ຂອງ ອົງຄະນະພັກກະຊວງອົງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານສາມສ້າງ, ການກະກຽມເປີດກອງປະຊຸມກາງສະໄໝຂອງອົງຄະນະພັກແຂວງ, ນະຄອນຫຼວງວຽງຈັນ; ການຈັດຕັ້ງຜັນຂະຫຍາຍກອງປະຊຸມວຽກງານຈັັດຕັ້ງທົ່ວປະເທດ ຄັ້ງທີ XI, ການຈັດຕັ້ງຜັນຂະຫຍາຍກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ແລະ ວຽກງານປິ່ນອ້ອມອື່ນໆ.
ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນຳໃນການ ຍົກສູງຄວາມຮັບຜິດຊອບແລະ ເອົາໃຈໃສ່ນຳພາ-ຊີ້ນຳ ບາງວຽກຈຸດສຸມຄື: ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ຫັນເອົາຜົນສຳເລັດວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V ເປັນແຜນງານ, ໂຄງການລະອຽດເຂົ້າໃນການຈັດຕັ້ງປະຕິ ບັດຕົວຈິງ ຂອງຄະນະພັກແຕ່ລະຂັ້ນ.
ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທຸກຊັ້ນຄົນໃນສັງຄົມ ໃຫ້ເປັນປົກກະຕິ-ຕໍ່ເນື່ອງ ໂດຍຕິດພັນກັບການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຍົກສູງຄຸນສົມບັດສິນທຳປະຕິວັດ, ຄວາມເສຍສະຫຼະ, ຄວາມສັດຊື່ບໍລິສຸດ, ສະຕິເຄົາລົບ-ປະຕິບັດລະບຽບກົດໝາຍ.
ສືບຕໍ່ເພີ່ມທະວີຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ, ຢຶດໝັ້ນ ທັດສະນະພື້ນຖານຂອງພັກ ກ່ຽວກັບການສ້າງການຫັນປ່ຽນໃໝ່ ດ້ານຈິນຕະນາການ, ປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງ ໃຫ້ໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ກໍານົດພາລະບົດບາດໃຫ້ຈະແຈ້ງ. ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ຍົກສູງຄຸນນະພາບ ຂອງວຽກງານຕິດຕາມ, ກວດກາ, ເດັດຂາດ ໃນການແກ້ໄຂຜົນຂອງການກວດກາ ແລະ ບັນຫາຫຍໍ້ທໍ້ທີ່ເກີດຂຶ້ນ, ທັງຮັບປະກັນປະສິດທິພາບ.
ອົງຄະນະພັກແຕ່ລະຂັ້ນ ຮີບຮ້ອນກະກຽມການດໍາເນີນກອງປະຊຸມກາງສະໄໝ ຂອງອົງຄະນະພັກຂັ້ນຂອງຕົນໃຫ້ເລິກເຊິ່ງ; ແທດເຖິງຕົວຈິງ ທັງການຕີລາຄາການນຳພາລວມ ຂອງຄະນະພັກ ແລະ ຄວາມຮັບຜິດຊອບ ຂອງແຕ່ລະສະຫາຍໃນຄະນະພັກ. ເພື່ອຊອກເຫັນໄດ້ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງບົດຮຽນທີຖອດຖອນໄດ້ ແລະ ວາງທິດທາງແຜນການທ້າຍສະໄໝໃຫ້ແທດຕົວຈິງ, ມີລັກສະນະບຸກທະລຸ, ສາມາດປະຕິບັດໄດ້ ແລະ ມີຜົນສໍາເລັດ.