ລາວ-ເບລາຣຸດສ໌ ຫາລືເພີ່ມທະວີການຮ່ວມມືດ້ານການຄ້າ-ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ

- IMG 0016 - ລາວ-ເບລາຣຸດສ໌ ຫາລືເພີ່ມທະວີການຮ່ວມມືດ້ານການຄ້າ-ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ
- kitchen vibe - ລາວ-ເບລາຣຸດສ໌ ຫາລືເພີ່ມທະວີການຮ່ວມມືດ້ານການຄ້າ-ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ

ວັນທີ 23 ກຸມພາ 2023, ທ່ານ ມະໂນທອງ ວົງໄຊ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ (ອຄ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Uladzimir Baravikou, ເອກອັກຄະລັດຖະທູດ ແຫ່ງ ສ ເບລາຣຸດສ໌ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ໄດ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່.

ໃນ​ໂອ​ກາດ​ພົບ​ປະ​ຄັ້ງ​ນີ້, ທ່ານຮອງລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ, ໂດຍສະເພາະລັດຖະບານ ແຫ່ງ ສ ເບລາຣຸດສ໌ ກໍຄືປະຊາຊົນ ແຫ່ງ ສ ເບລາຣຸດສ໌ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ສປປ ລາວ. ​ເຖິງ​ວ່າສະຖານທູດ ແຫ່ງ ສ ເບລາຣຸດສ໌ ​ຕັ້ງ​ຢູ່​ຮ່າ​ໂນ້ຍ, ສສ ຫວຽດນາມ ​ແຕ່​ການ​ຮ່ວມ​ມື ​ແລະ ມິດຕະພາບ ​ລະຫວ່າງ 2 ປະ​ເທດ​ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ. ພ້ອມນີ້, ທັງສອງ​ຝ່າຍ​ໄດ້ປຶກສາຫາລື ​​ກ່ຽວ​ກັບການເພີ່ມທະວີການຮ່ວມມືດ້ານການຄ້າ, ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ. ຊຶ່ງປະເທດ ສ ເບລາຣຸດສ໌ ສ່ວນໃຫຍ່ລົງທຶນໃສ່ຂະແໜງອຸດສາຫະກໍາຍານພາຫະນະ, ອຸປະກອນເຄື່ອງໃຊ້ໄຟຟ້າ,​ ຜະລິດຕະພັນເຄມີ, ເຄື່ອງຈັກກາຊວນສໍາລັບຍານພາຫະນະ, ລົດບັນທຸກທີ່ໃຊ້ນ້ຳມັນກາຊວນນ້ຳໜັກບັນທຸກເກີນ 5 ໂຕນ ແຕ່ບໍ່ເກີນ 20 ໂຕນ, ເຄື່ອງຈັກ ອື່ນໆ; ໄລຍະ 2019-2022: ຜະລິດຕະພັນການຢາ,​ ນໍ້າຕານ ແລະ ອື່ນໆ.

ໃນນີ້: ດ້ານມູນຄ່າການຄ້າ ລາວ-ເບລາຣຸສ໌ ໄລຍະແຕ່ປີ 2018 ຈົນເຖິງປັດຈຸບັນ ມູນ​ຄ່າ​ການ​ນຳ​ເຂົ້າ-​ສົ່ງ​ອອກ ລະຫວ່າງ  ສ​ອງປະ​ເທດ ​ແມ່ນຍັງຈຳກັດເຖິງແມ່ນວ່າສອງຝ່າຍຈະຮ່ວມກັນເປີດເສລີຢ່າງກ້ວາງຂວາງ ໃນບັນດາຂອບການຮ່ວມມື ເນື່ອງຈາກວ່າສິນຄ້າທີ່ສອງປະເທດມີທ່າແຮງໃນການສົ່ງອອກ ສ່ວນໃຫຍ່ແມ່ນສິນຄ້າ ທີ່ສອງປະເທດບໍ່ມີຄວາມຕ້ອງການໃນການນຳເຂົ້າ ແລະ ການລົງທຶນຕ່າງປະເທດ ຂອງ ເບລາຣຸສ໌ ຢູ່ ລາວ ແມ່ນຍັງມີໜ້ອຍ. ປີ 2020, ມູນຄ່າການຄ້າສອງຝ່າຍແມ່ນ 994.761 ໂດລາສະຫະລັດ ເພີ່ມຂຶ້ນ 7.251,17% ເມື່ອທຽບໃສ່ປີ 2019  ແລະ ບໍ່ໄດ້ມີການສົ່ງອອກໄປເບລາຣຸດສ໌. ປີ 2021, ມູນຄ່າການຄ້າສອງຝ່າຍ ມີພຽງແຕ່ 9.072 ໂດລາສະຫະລັດ ແລະ ກໍບໍ່ໄດ້ມີການສົ່ງອອກສິນຄ້າໄປເບລາຣຸດສ໌ ແລະ ໃນປີ 2022 ສອງປະເທດ ບໍ່ໄດ້ມີການພົວພັນຊື້-ຂາຍ ສິນຄ້ານໍາກັນ ຊຶ່ງມັນສະແດງໃນຕົວເລກສະຖິຕິຂອງປີ 2022 ທີ່ບໍ່ມີມູນຄ່າການຄ້ານໍາກັນ.

ໂອກາດດຽວກັນ, ທ່ານ Uladzimir Baravikou ໄດ້ສະແດງຄວາມຮູ້ສຶກສົນໃຈ ຕໍ່ການພັດທະນາປະເທດ ຂອງ ສປປ ລາວ ແລະ ຈະໃຫ້ການສະໜັບສະໜູນການຮ່ວມມື ໃນວຽກງານຫລາຍດ້ານໃຫ້ແກ່ລາວ ໃນຕໍ່ໜ້າເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ ແລະ ທັງສອງ​ປະ​ເທດຈະ​ສືບ​ຕໍ່​ເປີດ​ກວ້າງ​ການ​ສະໜັບສະໜູນ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ​ແລະ ການ​ຮ່ວມ​ມື​ເພື່ອເສີມ​ຂະຫຍາຍ​ການ​ຄ້າ ​ແລະ ການ​ລົງທຶນໃຫ້ນັບມື້ນັບຂະຫຍາຍຕົວດີຂຶ້ນ.

- 4 - ລາວ-ເບລາຣຸດສ໌ ຫາລືເພີ່ມທະວີການຮ່ວມມືດ້ານການຄ້າ-ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ
- 5 - ລາວ-ເບລາຣຸດສ໌ ຫາລືເພີ່ມທະວີການຮ່ວມມືດ້ານການຄ້າ-ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ
- 3 - ລາວ-ເບລາຣຸດສ໌ ຫາລືເພີ່ມທະວີການຮ່ວມມືດ້ານການຄ້າ-ອຸດສາຫະກຳປຸງແຕ່ງ ແລະ ການລົງທຶນ ຂອງປະເທດລາວ