ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ

- IMG 0116 - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ
- kitchen vibe - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ

ທ່ານ ພັທ ຄໍາຜົນ ບຸດສະດີ ຫົວໜ້າຄະນະຄຸ້ມຄອງດ່ານສາກົນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ລາຍງານໃນກອງປະຊຸມກາງສະໄໝທີ I ຄະນະພັກຮາກຖານດ່ານສາກົນລະໄລ ທີ່ຈັດຂຶ້ນເມື່ອບໍ່ຜ່ານມາວ່າ: ຕະຫລອດໄລຍະ 2 ປີກວ່າ ທີ່ຄະນະພັກຮາກຖານດ່ານສາກົນລະໄລ ໄດ້ສຸມໃສ່ການນຳພາ, ສຶກສາອົບຮົມການ ເມືອງ-ແນວຄິດ ໂດຍຖືເອົາວຽກງານການເມືອງ-ແນວຄິດສອດຫ້ອຍໃນທຸກຂົງເຂດວຽກງານໃນບັນດາໜ່ວຍພັກ ແລະ ຂະແໜງການທີ່ຂຶ້ນກັບໃຫ້ພະນັກງານສະມາຊິກພັກເປັນປົກກະຕິ. ພ້ອມທັງນໍາພາຄົ້ນຄວ້າຮໍ່າຮຽນ ແລະ ເຊື່ອມຊຶມບັນດາແນວທາງ, ແຜນນະໂຍບາຍຂອງພັກໃຫ້ມີຄຸນທາດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມເປັນເອກະພາບທາງດ້ານແນວຄິດ ມີຄວາມຈົ່ງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ໂດຍຢຶດໝັ້ນການກໍ່ສ້າງປັບປຸງພັກຕາມ 5 ຫລັກກການ 3 ທິດນໍາ; ໄດ້ຈັດຕັ້ງປະຕິບັດກວດກາຄົນເຂົ້າ-ອອກເມືອງໄດ້ທັງໝົດເກືອບ 2 ແສນຄົນ ຍິງ 65.000 ກວ່າຄົນ, ມີພາຫະນະເຂົ້າ-ອອກເກືອບ 50.000 ຄັນ, ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ, ປັບໄໝຂາຍເຄື່ອງຮິບ, ພາສີ-ອາກອນຈຳນວນ 319 ລ້ານກວ່າກີບ.

ສຳລັບວຽກກັກກັນພືດ, ກວດກາການນຳເຂົ້າຝຸ່ນເຄມີ 1.000 ກວ່າໂຕນ, ສົ່ງອອກມັນຕົ້ນ 100.000 ກວ່າໂຕນ ແລະ ໄດ້ທຳລາຍພືດຜັກນຳເຂົ້າບໍ່ຖືກຕ້ອງຈຳນວນ 20 ຄັ້ງມີ 1.475 ກິໂລ, ປະເພດນຳເຂົ້າສັດຄື: ເປັດນ້ອຍ-ໄກ່ນ້ອຍ, ກຸ້ງ, ປາມຶກ, ປາທູ ແລະ ອື່ນໆຈຳນວນ 31 ພັນກວ່າກິໂລກຣາມ.

- Visit Laos Visit SALANA BOUTIQUE HOTEL - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ
- Visit Laos Visit SALANA BOUTIQUE HOTEL - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ
- 4 - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ
- 3 - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ
- 5 - ດ່ານສາກົນລະໄລ ສາມາດກັກຢຶດສິນຄ້າຫລົບໜີພາສີໄດ້ 50 ຄະດີ ແລະ ໄດ້ແກ້ໄຂແລ້ວ 46 ເລື່ອງ