ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ 2 ແຂວງ ຂອງ ສສ.ຫວຽດນາມ

ໃນວັນທີ 25-26 ກຸມພາ 2023 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຄື່ອນ ໄຫວເຮັດວຽກຢູ່ ສສ.ຫວຽດນາມ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະສອງສະພາແຫ່ງຊາດລາວ-ຫວຽດນາມ; ພ້ອມທັງເປັນການແລກປ່ຽນບົດຮຽນກ່ຽວກັບວຽກງານສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກັບ ສະພາແຫ່ງຊາດ ສສ.ຫວຽດນາມ ເຊິ່ງເປັນຜູ້ທີ່ມີບົດຮຽນ ແລະ ພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດຜ່ານມາຫຼາຍ ແລ້ວ ເພື່ອນຳມາປັບປຸງໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງ ສປປລາວ.
ໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ພົບປະເຮັດວຽກກັບຄະນະຜູ້ແທນສະພາປະຊາຊົນແຂວງກວາງນາມ ທ່ານ ຟານ ຫວຽດ ເກື່ອງ ປະທານສະພາປະຊາຊົນແຂວງກວາງນາມ, ເຊິ່ງທັງສອງຝ່າຍໄດ້ແລກປ່ຽນບົດຮຽນນຳກັນເປັນຕົ້ນ: ວຽກງານກົງຈັກຂອງສະພາປະຊາຊົນຂັ້ນແຂວງ ສສ.ຫວຽດນາມ; ວຽກງານການເລືອກຕັ້ງສະມາຊິກສະພາ ສສ.ຫວຽດນາມ; ການປະເມີນຜົນຕໍ່ການປະຕິບັດໜ້າທີ່ ບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ສສ.ຫວຽດນາມ; ການປະເມີນຜົນຕໍ່ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງ ສະມາຊິກສະພາແຫ່ງຊາດ ສສ.ຫວຽດນາມ; ການປະເມີນນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ.
ພ້ອມນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຮັບການຕ້ອນຮັບ, ພົບປະ ແລະ ເຮັດວຽກກັບຄະນະສະມາຊິກສະພາປະຊາຊົນນະຄອນດານັງ ນຳໂດຍ ທ່ານ ເລື່ອງ ຫງວຽນ ມິ່ງ ຈຽດ ປະທານສະພາປະຊາຊົນນະຄອນດານັງ ໂດຍໄດ້ສະແດງຄວາມ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບສະພາບລວມຂອງນະຄອນດານັງ ແລະ ສະພາບການເຄື່ອນໄຫວ ວຽກງານຂອງ ສະພາປະຊາຊົນນະຄອນດານັງໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນບົດຮຽນປະສົບການ ແລະ ຕອບຄຳຊັກຖາມຕໍ່ບັນຫາຕ່າງໆທີ່ຝ່າຍລາວມີຄວາມສົນໃຈ.