ເຮືອຜູ້ອົບພະຍົບຂວ້ຳໃກ້ຝັ່ງທາງຕອນໃຕ້ຂອງອິຕາລີ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 59 ຄົນ

ທາງການອິຕາລີເປີດເຜີຍວ່າ: ເຮືອຜູ້ອົບພະຍົບລໍາໜຶ່ງຂວໍ້າກາງທະເລຫລັງຈາກຕໍາກັບກ້ອນຫີນໃກ້ພື້ນທີ່ຊາຍຝັ່ງທາງຕອນໃຕ້ຂອງອິຕາລີ ໃນວັນທີ 26 ກຸມພາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 59 ຄົນ ໃນຈໍານວນນີ້ເປັນເດັກນ້ອຍເຖິງ 12 ຄົນ.
ໂດຍເຮືອໄມ້ລໍາດັ່ງກ່າວຂີ່ອອກຈາກເມືອງທ່າອິຊເມຍຂອງຕວກກີ ບັນທຸກຜູ້ອົບພະຍົບຈາກອັບການິດສະຖານ, ອີຣານ, ປາກິດສະຖານ ແລະ ໂຊມາເລຍ ມຸ້ງໜ້າສູ່ທະວີບເອີຣົບ ເຊິ່ງເປັນຈຸດໝາຍປາຍທາງສໍາຄັນຂອງບັນດາຜູ້ອົບພະຍົບທີ່ຕ້ອງການຈະເລີ່ມຕົ້ນຊີວິດໃໝ່.
ເບື້ອງຕົ້ນໜ່ວຍລາດຕະເວນແຄມຝັ່ງສາມາດຊ່ວຍເຫລືອຜູ້ອົບພະຍົບໄດ້ບາງສ່ວນແລ້ວ. ຂະນະທີ່ຍັງມີຜູ້ສູຍຫາຍອີກປະມານ 30 ຄົນ ທາງການອິຕາລີຍັງບໍ່ຮູ້ແນ່ນອນວ່າມີຜູ້ອົບພະຍົບຈໍານວນເທົ່າໃດທີ່ໂດຍສານເຮືອລໍານີ້ມາ, ແຕ່ຄາດວ່າອາດຈະມີຫລາຍກວ່າ 200 ຄົນ.
ຫລາຍຝ່າຍສະແດງຄວາມກັງວົນວ່າວິກິດຜູ້ອົບພະຍົບໃນເອີຣົບ ໂດຍສະເພາະໃນອິຕາລີຈະຍິ່ງສັບຊ້ອນ ແລະ ຮຸນແຮງຂຶ້ນ ຫລັງຈາກຜູ້ນຳຄົນໃໝ່ຈາກຝ່າຍຂວາຈັດ ຄືນາຍົກລັດຖະມົນຕີ ນາງ ຈໍເຈຍ ເມໂລນີ ປະກາດຈະສະກັດກັ້ນການເດີນທາງຂອງບັນດາຜູ້ອົບພະຍົບທີ່ຕ້ອງການຈະມາຂຶ້ນຝັ່ງຢູ່ອິຕາລີ, ພ້ອມເດີນໜ້າຊຸກຍູ້ກົດໝາຍໃໝ່ທີ່ເພີ່ມມາດຕະການເຂັ້ມງວດໃນການໃຫ້ການຊ່ວຍເຫລືອບັນດາຜູ້ອົບພະຍົບນໍາອີກ. ແຕ່ຢ່າງໃດກໍຕາມ, ນາງ ເມໂລນີ ໄດ້ຮ່ວມສະແດງຄວາມເສຍໃຈ ແລະ ຊີ້ວ່າ: ຂະບວນການຄ້າມະນຸດເປັນຜູ້ໄດ້ຮັບຜົນປະໂຫຍດຈາກເຫດການໃນລັກສະນະນີ້.
ໂດຍອິຕາລີຖືເປັນໜຶ່ງໃນຈຸດໝາຍປາຍທາງສໍາຄັນຂອງບັນດາຜູ້ອົບພະຍົບທີ່ພະຍາຍາມຈະເດີນທາງເຂົ້າເອີຣົບຜ່ານຊ່ອງທາງທາງທະເລ ເຊິ່ງຫລາຍຄົນພະຍາຍາມຈະເດີນທາງຕໍ່ໄປປະເທດທາງຕອນເໜືອຂອງເອີຣົບທີ່ມີຖານະມັ່ງຄັ່ງກວ່າ, ແຕ່ຈະໄປເຖິງຈຸດນັ້ນໄດ້ຈະຕ້ອງຜະເຊີນເສັ້ນທາງທີ່ອັນຕະລາຍຫລາຍ.
ປັດຈຸບັນ ໂຄງການຜູ້ອົບພະຍົບສູນຫາຍພາຍໃຕ້ສະຫະປະຊາຊາດເປີດເຜີຍວ່າ: ມີຜູ້ອົບພະຍົບທີ່ເສຍຊີວິດ ແລະ ສູນຫາຍກາງທະເລເມດິເຕລານຽນ ເຊິ່ງເປັນໜຶ່ງໃນເສັ້ນທາງອົບພະຍົບສໍາຄັນ ສູງກວ່າ 20.000 ຄົນ ນັບແຕ່ປີ 2014. ພ້ອມຄາດວ່າໃນປີ 2023 ມີຜູ້ອົບພະຍົບທີ່ເສຍຊີວິດ ຫລື ສູນຫາຍແລ້ວຫລາຍກວ່າ 220 ຄົນ.
ອ້າງອີງ:
https://www.reuters.com/…/27-dead-southern-italy-after…/