ສປປ ລາວ ສະເໜີ ສ.ເກົາຫລີ ເພື່ອນຳສົ່ງ ແຮງງານເພດຍິງ ແລະ ເພີ່ມໂກຕ້າ ຈາກ 500ຄົນ/ປີ ເປັນ 2000 ຄົນຕໍ່ປີ


ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ລາຍງານ ເນື່ອງໃນໂອກາດ ພົບປະສອງຝ່າຍກັບ ທ່ານ Uh Soo Bong ປະທານອົງການບໍລິການພັດທະນາຊັບພະຍາ ກອນມະນຸດ ສ ເກົາຫລີ (HRD Korea) ໃນວັນທີ 23 ກຸມພາ 2023 ຜ່ານມາ ນີ້ວ່າ:
ການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ ເກົາຫລີ ຕາມລະບົບ EPS ໃນເດືອນ ກັນຍາ 2016 ຜ່ານມາ. ການໄປເຮັດວຽກຕາມລະບົບການອະນຸຍາດຈ້າງງານ (EPS) ແມ່ນມີໄລຍະ 3 ປີ ແລະ ສາມາດຕໍ່ໄດ້ອີກ 1 ປີ 10 ເດືອນ ພາຍຫລັງທີ່ຄົບສັນຍາ, ເດີນທາງກັບຄືນປະເທດ ແລະ ສາມາດສອບເສັງໄປໃໝ່ໄດ້. ມາເຖິງປັດຈຸບັນ ສປປ ລາວ ຈັດສົ່ງແຮງງານໄປເຮັດວຽກທີ່ ສ ເກົາຫລີ ທັງໝົດຈໍານວນ 1.119 ຄົນ, ຍິງ 79 ຄົນ.
ເຖິງຢ່າງໃດກໍຕາມ ຍັງມີຂໍ້ຫຍຸ້ງຍາກ ຫລາຍດ້ານ ເປັນຕົ້ນແມ່ນ ແຮງງານຕ້ອງໄດ້ຜ່ານການສອບເສັງພາສາ ແລະ ທັກສະທີ່ຈໍາເປັນ, ເຊິ່ງເຫັນວ່າແຮງງານທີ່ອາໄສຢູ່ຕ່າງແຂວງ ສ່ວນຫລາຍແມ່ນຜູ້ທຸກຍາກ ແລະ ເຂດຫ່າງໄກສອກຫລີກ ພົບຄວາມຫຍຸ້ງຍາກໃນການເຂົ້າເຖິງ ສະຖານທີ່ຮຽນພາສາເກົາຫລີ ເພື່ອເຂົ້າສອບເສັງ; ການຄຸ້ມຄອງແຮງງານຍັງມີຄວາມຫຍຸ້ງຍາກ ໂດຍສະເພາະການເກັບກໍາຂໍ້ມູນແຮງງານທີ່ສິ້ນສຸດສັນຍາ, ຕໍ່ສັນຍາ ຫລື ຍົກເລີກສັນຍາກັບຄືນປະເທດ; ແຮງງານລາວ ໂດຍສະເພາະເພດຍິງຜູ້ທີ່ສອບເສັງຜ່ານ ແມ່ນຍັງລໍຖ້າການຖືກຄັດເລືອກຈາກນາຍຈ້າງ ເປັນຈໍານວນຫລາຍ ຖ້າທຽບກັບ ອັດຕາສ່ວນແຮງງານເພດຊາຍ ທີ່ຖືກຄັດເລືອກ; ອີງໃສ່ສະພາບປັດຈຸບັນເຫັນວ່າການຈ່ອງຖ້ຽວບິນເດີນທາງແມ່ນບໍ່ສາມາດໄດ້ຕາມຈຳນວນທີ່ຝ່າຍເກົາຫລີ ກຳນົດ ເພາະເປັນລະດູການທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວເກົາຫລີ ເຂົ້າມາ ສປປ ລາວ ຈຳນວນຫລາຍ ເຮັດໃຫ້ທີ່ນັ່ງໃນແຕ່ລະມື້ເຫລືອຈຳນວນໜ້ອຍ.
ຕໍ່ກັບຂໍ້ຫຍຸ້ງຍາກດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ຮສສ ໄດ້ສະເໜີໃຫ້ອົງການບໍລິການພັດທະນາຊັບພະຍາກອນມະນຸດ ສ ເກົາຫລີ ເພີ່ມທະວີການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ ເປັນຕົ້ນ ຂໍ້ມູນຂອງແຮງງານທີ່ສິ້ນສຸດສັນຍາ, ຕໍ່ສັນຍາ ຫລື ຍົກເລິກສັນຍາກັບຄືນປະເທດ ແລະ ອື່ນໆ; ພິຈາລະນາໃຫ້ການຊ່ວຍ ເຫລືອ ແລະ ອໍານວຍຄວາມສະດວກ ເພີ່ມຕື່ມໃນການຊ່ວຍເຫລືອແຮງງານລາວ ໃນໄລຍະເຮັດວຽກທີ່ ສ ເກົາຫລີ ເປັນຕົ້ນ ການໃຫ້ການຊ່ວຍເຫລືອແກ່ແຮງງານ ໃນກໍລະນີມີຂໍ້ຂັດແຍ່ງກັບນາຍຈ້າງ, ຕ້ອງການປ່ຽນໜ້າວຽກ; ຊຸກຍູ້ນາຍຈ້າງ ໃນການນໍາໃຊ້ແຮງງານເພດຍິງຫລາຍຂຶ້ນຕື່ມ ແລະ ຂໍເພີ່ມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາ ຫລີ ຕາມລະບົບ EPS ຈາກ 500 ຄົນ/ປີ ເພີ່ມເປັນ 2.000 ຄົນ/ປີ.