ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ

- IMG 230 - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ
- kitchen vibe - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ກ່ຽວກັບການກະກຽມຄວາມພ້ອມໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານຈີນດ້ວຍລົດໄຟຄຸນໝິງ ແລະ ລົດໄຟ ລາວ-ຈີນ, ໃນວັນທີ 27 ກຸມພາ 2023 ຢູ່ສະຖານີລົດໄຟ ບ້ານໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ທ່ານ ນາຍົກລັດຖະມົນຕີ ໄດ້ຕິດຕາມການການຂາຍປີ້ໂດຍສານ, ສະຖານທີ່ພັກເຊົາລໍຖ້າຂອງຜູ້ໂດຍສານ, ການບໍລິການຮ້ານອານຫານ-ຮ້ານຂາຍເຄື່ອງທົ່ວໄປ, ຫ້ອງນ້ຳ, ຫ້ອງລໍຖ້າວີໄອພີ, ຈຸດກວດກາກະເປົາເດີນທາງ ແລະ ອື່ນໆ. ພ້ອມນີ້, ທ່ານນາຍົກ ໄດ້ຊີ້ນຳໃຫ້ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເຊັ່ນ: ການເກັບຄ່າບໍລິການລົດຮັບ-ສົ່ງຜູ້ໂດຍສານເຂົ້າສູ່ສະຖານີ, ຄ່າຝາກລົດ ແລະ ການຈຳໜ່າຍປີ້ລົດໄຟ ທີ່ຍັງເກີດຊ່ອງຫວ່າງອັນສ້າງຄວາມຫຍຸ້ງຍາກໃນການມາໃຊ້ບໍລິການ ເພື່ອແກ້ໄຂໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນຕື່ມອີກ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ
- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ

- IMG 202 1 - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ

ໂອກາດດຽວກັນ, ທ່ານນາຍົກ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ຊຸກຍູ້ວຽກງານທາງລົດໄຟ ລາວ-ຈີນ ຢູ່ສໍານັກງານໃຫຍ່ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ, ເຊິ່ງໄດ້ຮັບຟັງການລາຍງານສະພາບລວມ ແຜນວຽກຈຸດສຸມການຈັດຕັ້ງປະຕິບັດວຽກງານຂົນສົ່ງທາງລົດໄຟ ລາວ-ຈີນ ຈາກ ທ່ານ ຈູ ກົວ ຈຽງ ປະທານສະພາບໍລິຫານບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ຕື່ມອີກ ພ້ອມໄດ້ຮັບຟັງການລາຍງານວຽກງານທີ່ຕິດພັນກັບໂຄງການລົດໄຟ ລາວ-ຈີນ ແລະ ໄດ້ເປີດກວ້າງໃຫ້ຫລາຍພາກສ່ວນປະກອບຄໍາຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານລົດໄຟ ລາວ-ຈີນ ມີການປັບປຸງໃຫ້ມີຄຸນນະພາບ ເຮັດໃຫ້ການບໍລິການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້ານັບມື້ ດີຂຶ້ນ.

ຂໍ້ມູນ: Vientiane Mai

- 3 - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ
- 4 - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ
- 5 - ນາຍົກລັດຖະມົນຕີ ຊີ້ນຳໃຫ້ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແກ້ໄຂບາງບັນຫາຫາງສຽງຂອງສັງຄົມ ເພື່ອປັບປຸງຄຸນນະພາບດີຂຶ້ນ