ໂຮງໝໍໃນຫວຽດນາມປ່ຽນຖ່າຍ “ຫົວໃຈພ້ອມໝາກໄຂ່ຫລັງ” ສໍາເລັດຄັ້ງທໍາອິດ

ວັນທີ 24 ກຸມພາຜ່ານມາ, ສໍານັກຂ່າວຫວຽດນາມລາຍງານວ່າ: ໂຮງໝໍແຫ່ງໜຶ່ງໃນນະຄອນຫລວງຮ່າໂນ້ຍຂອງຫວຽດນາມ ປະສົບຜົນສໍາເລັດໃນການປ່ຽນຖ່າຍຫົວໃຈ ແລະ ໝາກໄຂ່ຫລັງໃຫ້ຊາຍອາຍຸ 37 ປີ ທີ່ບໍ່ສະບາຍຈາກພະຍາດກ້າມຊີ້ນຫົວໃຈມາດົນກວ່າ 10 ປີ.
ທີມແພດ 80 ຄົນ ຮ່ວມການຜ່າຕັດດັ່ງກ່າວໃນວັນທີ 15 ກຸມພາ ແລະ ໃຊ້ເວລາເຖິງ 10 ຊົ່ວໂມງ.
ຄົນເຈັບຜູ້ນີ້ເລີ່ມມີອາການຂອງພະຍາດກ້າມຊີ້ນຫົວໃຈເສື່ອມເມື່ອ 11 ປີກ່ອນ ເຊິ່ງນໍາໄປສູ່ສະພາບຫົວໃຈລົ້ມເຫລວ, ຫົວໃຈເຕັ້ນຜິດປົກກະຕິ ແລະ ພະຍາດໝາກໄຂ່ຫລັງໄລຍະສຸດທ້າຍ, ລາວດໍາລົງຊີວິດຢູ່ກັບການຟອກໝາກໄຂ່ຫລັງປະມານ 6 ປີກ່ອນຜ່າຕັດ ແລະ ຕ້ອງເຂົ້າຮັບການປິ່ນປົວສຸກເສີນເລື້ອຍໆ ເນື່ອງຈາກສະພາບຫົວໃຈລົ້ມເຫລວກະທັນຫັນ.
ທີມແພດກ່າວວ່າ: ຄວາມຈໍາເປັນໃນການປ່ຽນຖ່າຍອະໄວຍະວະທັງສອງພ້ອມກັນກາຍເປັນເລື່ອງຮີບດ່ວນ ເພາະຮ່າງກາຍຂອງຄົນເຈັບບໍ່ຕອບສະໜອງຕໍ່ການປິ່ນປົວຕາມການຄາດຄະເນໄວ້.
ອະໄວຍະວະຈາກຜູ້ບໍລິຈາກທີ່ສະໝອງຕາຍຄົນໜຶ່ງຜ່ານການກວດສອບວ່າສາມາດເຂົ້າກັນໄດ້ໃນເດືອນກຸມພາ, ຄົນເຈັບຄົນດັ່ງກ່າວຈຶ່ງໄດ້ເຂົ້າຮັບການປ່ຽນຖ່າຍອະໄວຍະວະ ໂດຍຫົວໃຈ ແລະ ໄຕທີ່ປ່ຽນຖ່າຍຂອງລາວເຮັດວຽກໄດ້ປົກກະຕິໂດຍບໍ່ຕ້ອງອາໄສອຸປະກອນສະໜັບສະໜູນທາງການແພດຫລັງຈາກຜ່າຕັດສໍາເລັດແລ້ວ.