ຖືກເລກແລ້ວລວຍຍາດພີ່ນ້ອງ ຄວນປະກາດໃຫ້ຄົນຮູ້ ຫລືບໍ່ ?

ເມື່ອເວົ້າເຖິງການຊື້ເລກແລ້ວທຸກໆຄົນກໍລ້ວນແຕ່ມີຄວາມຫວັງ ແລະ ພາວະນາໃຫ້ຖືກ ເມື່ອຖືກແລ້ວກໍຢາກໃຫ້ຄົນອື່ນໄດ້ຮັບຮູ້ ເພື່ອຈະໄດ້ປະກາດສັກດາວ່າເປັນຜູ້ໂຊກດີ ແຕ່ຄວາມຄິດນີ້ອາດຈະບໍ່ແມ່ນຄຳຕອບຂອງທ່ານອີກຕໍ່ໄປ ລອງມາອ່ານເບິ່ງເລື່ອງລາວຕ່າງໆຈາກປະເທດເພື່ອນບ້ານພວກເຮົາ ທີ່ທີມງານໄດ້ຮິບໂຮມມາເປັນອຸທາຫອນ.
ເຫດການທຳອິດຢູ່ໃນປະເທດ ໄທ ເພື່ອນບ້ານໃກ້ໆເຮົານີ້ເອງ ມີສາວໂຮງງານຄົນໜຶ່ງ ຖືກເລກມູນຄ່າ 66 ລ້ານບາດ (ປະມານ 33 ຕື້ກີບ) ລາວກໍໄດ້ປະກາດວ່າຕົນເອງຖືກ ດ້ວຍຄວາມດີໃຈ ພາຍຫລັງຮັບເງິນມາ ລາວຕ້ອງໄດ້ຊື້ໂມງ ຊື້ໂທລະສັບໃຫ້ພີ່ນ້ອງໝົດໄປເກືອບ 3 ແສນບາດ (ປະມານ 150 ລ້ານກີບ), ໃຫ້ເງິນນ້າສາວ 4 ຄົນ ຄົນລະ 1 ລ້ານບາດ, ຕ້ອງຊື້ລົດໃຫ້ນ້ອງຊາຍ 1 ຄັນ ແລະ ຕ້ອງກຽມເງິນ 5 ແສນເພື່ອກຽມໄປແຈກພີ່ນ້ອງທີ່ຢູ່ຕ່າງຈັງຫວັດ ໃນລະຫວ່າງການເດີນທາງ ເງິນຈຳນວນ 5 ແສນຖືກລັກໄປ ເຊິ່ງຄົນທີ່ລັກໄປເປັນພີ່ນ້ອງຂອງລາວເອງ, ພໍ່ຂອງອະດີດຜົວອ້າງວ່າເປັນໜີ້ 4 ລ້ານ ໃຫ້ລາວໄປໃຊ້ໜີ້ໃຫ້ ລວມທັງໝົດທີ່ລາວຕ້ອງຈ່າຍເງິນໃຫ້ຄົນອື່ນຫລາຍກວ່າ 10 ລ້ານບາດ.
ກໍລະນີທີ 2 ເກີດຂຶ້ນຢູ່ປະເທດໄທ ເຊັ່ນດຽວກັນ ມີລຸງອາຍຸ 76 ປີ ຖືກເລກ 6 ລ້ານບາດ (ປະມານ 3 ຕື້ກີບ) ດ້ວຍຄວາມດີໃຈ ຈຶ່ງປະກາດໃຫ້ຄົນອື່ນຮູ້ນຳ ແຕ່ເວລາເອົາບິນໃບໄປແຈ້ງເງິນ ກັບຖືກແຈ້ງຈັບ ຈາກເຈົ້າຂອງຮ້ານທີ່ລຸງໄປຊື້ເລກ ໂດຍແມ່ຄ້າບອກວ່າລຸງຄົນນີ້ໄດ້ໄປລັກເອົາບິນເລກມາ ຄົນທີ່ຖືກບໍ່ແມ່ນລຸງ ແຕ່ແມ່ນເຈົ້າຂອງຮ້ານ ສຸດທ້າຍກາຍເປັນຄະດີຮ້ອງຟ້ອງກັນ.
ກໍລະນີທີ 3 ເກີດຂຶ້ນຢູ່ໄທຄືກັນ ມີໜຸ່ມອາຊີບຂັບລົດຕຸກໆຮັບຈ້າງຄົນໜຶ່ງຖືກ 48 ລ້ານ ໃນແຕ່ລະມື້ ມີຍາດພີ່ນ້ອງ ທັງຍາດທາງແມ່-ພໍ່, ຍາດທັງເມຍ, ໝູ່ຄູ່ ແລະ ອື່ນໆ ເດີນທາງມາຢ້ຽມຢາມຖາມສາລະທຸກສຸກດິບ ແລະ ໄດ້ແຈກເງິນເປັນປະຈຳທຸກໆວັນບໍ່ໄດ້ຂາດ ກ່ອນຈະຖືກເລກບໍ່ມີຄົນຮູ້ຈັກ ພໍຖືກເລກປັບມີພີ່ນ້ອງແຫ່ກັນມາເຕັມ ສຸດທ້າຍຕ້ອງໄດ້ຍ້າຍເຮືອນໜີ.
ສ່ວນກໍລະນີ ຢູ່ໃນປະເທດຈີນ ສ່ວນຫລາຍເວລາຖືກເລກ ມັກຈະບໍ່ປະກາດຕົວຕົນ ບໍ່ບອກໃຜ ແລະ ເວລາໄປຮັບເງິນລາງວັນແມ່ນໄດ້ປອມຕົວ (ແຕ່ງຕົວສວມຊຸດມັດຄອສໄປ) ເພື່ອບໍ່ຢາກໃຫ້ສັງຄົມຮູ້ວ່າຕົນເອງແມ່ນໃຜ ອາດມີຫລາຍເຫດຜົນ ເຊິ່ງເຫດຜົນໜຶ່ງນັ້ນກໍຄືປ້ອງກັນຍາດພີ່ນ້ອງ.
ສ່ວນຢູ່ລາວເຮົາກໍອາດບໍ່ຕ່າງຈາກປະເທດເພື່ອນບ້ານພໍເທົ່າໃດ ເວລາຖືກເລກ ມັກສະແດງຕົວຕົນດ້ວຍການໂພສລົງເຟສ ແລະ ກຽມຮັບຍາດພີ່ນ້ອງ ໝູ່ຄູ່ ເຊິ່ງຈະຫລາຍເປັນພິເສດ. ແຕ່ຍັງບໍ່ປາກົດເຫັນກໍລະນີ ທີ່ກາຍເປັນບັນຫາດັ່ງກ່າວ.
ຖ້າຫາກທ່ານໃດມີປະສົບການ ຖືກເລກລາງວັນໃຫຍ່ ໄດ້ຕ້ອນຮັບຍາດພີ່ນ້ອງຫລາຍບໍ່ ໝົດເງິນໄປກັບພີ່ນ້ອງຫລາຍປານໃດ ມາເລົ່າສູ່ກັນຟັງໄດ້ເດີ່ ເພື່ອເປັນອຸທາຫອນວ່າເວລາຖືກເລກແລ້ວຄວນຈະເປີດເຜີຍ ຫລື ຢູ່ງຽບໆດີ.