ຄາເຊມິໂຣ ຮ່ວມທີມ ເມສຊີ່ 11 ນັກເຕະ ດີເດັ່ນ ຟີຟາ ເບສ 2022 ລະບົບ 3-3-4 ສອງປີຊ້ອນ
February 28, 2023 - 4:30 PM

ວັນອັງຄານ 28 ກຸມພາ 2023, ບໍ່ເທົ່າໃດຊົ່ວໂມງທີ່ຜ່ານມານີ້ໃນຕອນເຊົ້າວັນອັງຄານ. ມີການປະກາດລາງວັນຂອງ FIFA ປະກາດໃນເມືອງ ຊູຣິກ ປະເທດສະວິດເຊີແລນ ເປັນງານ FIFA Best 2022 ທີ່ຈັດໃຫ້ໂດຍສະຫະພັນບານເຕະນາໆຊາດ ຫລື FIFA.
ໂດຍຈຸດເດັ່ນ ນອກຈາກລາງວັນນັກເຕະດີເດັ່ນແຫ່ງປີທີ່ຄົນສົນໃຈແລ້ວ, ອີກລາງວັນໜຶ່ງທີ່ເປັນໜ້າຈັບຕາກັນໃນແຕ່ລະປີກໍ່ຄື 11 ນັກເຕະດີເດັ່ນປະຈຳປີ 2022 ເຊິ່ງປີນີ້ FIFA ຈັດຢູ່ໃນລະບົບ 3-3-4 ເປັນປີທີ 2 ຕິດຕໍ່ກັນ, ປີນີ້ບໍ່ມີຊື່ຂອງ ຄຣິສເຕຍໂນ ໂຣນັລໂດ້ ແລະ ໂຣເບີດ ເລວານດອຟສະກີ ສອງກອງໜ້າທີ່ຕິດໃນຄັ້ງທີ່ແລ້ວ.
ເຊິ່ງປີນີ້ນຳທີມມາໂດຍ ລີໂອເນວ ເມສຊີ່ ກອງໜ້າຊາວອາເຈນຕິນາ ແຊ້ມບານໂລກ 2022 ຕາມມາດ້ວຍດາວຍິງອີກ 3 ຄົນຄື ເອລິງ ຮາແລນ, ຄິລຽນ ເອັມບັບເປ ແລະ ຄາຣິມ ເບນເຊມາ ໂດຍສະຫລຸບທັງ 11 ນັກເຕະດີເດັ່ນໃນທຸກຕຳແໜ່ງມີດັ່ງນີ້:
- ຜູ້ຮັກສາປະຕູ: ຕີໂບ ຄຸກຕົວ (ແບນຊິກ/Real Madrid)
- ກອງຫລັງ: ຮາຄີມິ (Morocco/Paris Saint-Germain), ໂຈເອົາ ຄັນເຊໂລ (ປອກຕຸຍການ/ແມນເຊັສເຕີ ຊິຕີ້, ປະຈຸບັນຢືມຕົວໄປໃຫ້ ບາເຢິນ ມິວນິກ), ເວີກິວ ຟານໄດຈ (ເນເທີແລນ/Liverpool)
- ກອງກາງ: ເຄວິນ ເດີ ບອຍ (ແບນຊິກ/ແມນເຊັສເຕີ ຊິຕີ້), ລູກາ ໂມດຣິດ (ໂຄຣເອເຊຍ/Real Madrid), ຄາເຊມີໂຣ (ບຣາຊິວ/Real Madrid, Manchester United)
- ກອງໜ້າ: ລີໂອເນວ ເມສຊີ່ (ອາເຈນຕິນາ/ປາຣີ ແຊັງ-ແຊັກແມັງ), ເຄລຽນ ເອັມປັບເປ້ (ຝຣັ່ງ, ປາຣີ ແຊັງ-ແຊັກແມັງ), ຄາຣິມ ເບນເຊມາ (ຝຣັ່ງ/ເຣ ອັນມາດິດ), ເອລິງ ຮາແລນ (ນໍເວ/ໂບຣຸສເຊຍ ດອດມຸນ, ແມນເຊັສເຕີ ຊິຕີ້)