ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ

-                                                                             - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ
- kitchen vibe - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ

ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023ວັນທີ 28 ກຸມພາ 2023 ນີ້ວ່າ: ໃນປີ 2022 ຜ່ານມາ ພະແນກການເງິນ ນະຄອນຫຼວງວຽງຈັນ, ໄດ້ຮັບແຜນການຈັດເກັບລາຍຮັບທັງໝົດ 5.596,26 ຕື້ກີບ, ສາມາດປະຕິບັດໄດ້ 5.610,32 ຕື້ກີບເທົ່າກັບ 100,25%, ຂອງແຜນການປີ (ເປັນເງິນລື່ນແຜນ 14,06 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20,85% (ເປັນເງິນເທົ່າກັບ 967,82 ຕື້ກີບ).

ດ້ານລາຍຈ່າຍແຜນການປີ 2022 ທັງໝົດ 825,54 ຕື້ກີບ, ສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 817,35 ຕື້ກີບເທົ່າກັບ 99,01% ຂອງແຜນການປີ (ສາມາດຫຼຸດຜ່ອນລາຍຈ່າຍ ຫຼື ປະຢັດລາຍຈ່າຍໄດ້ 8,19 ຕື້ກີບ) ແລະ ບັນດາລາຍຈ່າຍຕ່າງໆແມ່ນສາມາດຊຳລະສະສາງກ່ອນວັນທີ 31 ທັນວາ 2022 ຕາມກົດໝາຍວ່າດ້ວຍງົບປະມານກຳນົດ. ໃນນັ້ນ, ລາຍຈ່າຍບໍລິຫານປົກກະຕິປະຕິບັດໄດ້ 696,68 ຕື້ກີບເທົ່າກັບ 99,22% ຂອງແຜນການປີ,ລາຍຈ່າຍການລົງທຶນຂອງລັດ, ປະຕິບັດໄດ້ 120,67 ຕື້ກີບເທົ່າກັບ 97,82% ຂອງແຜນການປີ; ການດຸ່ນດ່ຽງແຜນການດຸ່ນດ່ຽງປີ 2022 ທັງໝົດ 853,73 ຕື້ກີບສາມາດປະຕິບັດໄດ້ 853,73 ຕື້ກີບເທົ່າກັບ 100% ຂອງແຜນການປີ.

- Visit Laos Visit SALANA BOUTIQUE HOTEL - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ
- Visit Laos Visit SALANA BOUTIQUE HOTEL - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ
- 5 - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ
- 3 - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ
- 4 - ປີ 2022 ນະຄອນຫລວງວຽງຈັນ ເກັບລາຍຮັບໄດ້ 5.610,32 ຕື້ກີບ ລື່ນແຜນ 14,06 ຕື້ກີບ