ປກສ ເມືອງວຽງພູຄາ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ 36 ຄັນ ເພື່ອຄວາມເປັນລະບຽບໃຫ້ແກ່ການສັນຈອນຕາມທາງຫລວງ

ວັນທີ 16 ກຸມພາ 2023 ຜ່ານມາ, ໜ່ວຍງານຈະລາຈອນ ປກສ ເມືອງວຽງພູຄາ ແຂວງຫລວງນໍ້າທາ ໄດ້ລົງສຶກສາອົບຮົມນັກຮຽນທີ່ດັດແປງສະພາບເຕັກນິກລົດ ແລະ ລະເມີດກົດລະບຽບຈະລາຈອນຢູ່ໂຮງຮຽນມັດທະຍົມສົມບູນ ບ້ານນໍ້າສິງ.
ທ່ານ ຮທ ເຟືອງ ລໍເມືອງເສີນ ວິຊາການໜ່ວຍງານຈະລາຈອນ ປກສ ເມືອງວຽງພູຄາໃຫ້ຮູ້ວ່າ: ນັກຮຽນຜູ້ທີ່ລະເມີດກົດລະບຽບຈະລາຈອນ ແລະ ດັດແປງສະພາບເຕັກນິກລົດຈຳນວນ 36 ຄັນ. ໃນນີ້, ດັດແປງທໍ່ໄອເສຍ ເຮັດໃຫ້ເກີດສຽງດັງລົບກວນ 6 ຄັນ, ໃສ່ຕີນລໍ້ນ້ອຍ 8 ຄັນ, ຕັດເບາະນັ່ງ 10 ຄັນ, ໃສ່ນ໋ອດກົ້ນຫອຍ ແລະ ໃສ່ໄຟຕາສີ 12 ຄັນ.
ພ້ອມດຽວກັນນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງ ສາເຫດຂອງການເກີດອຸບັດເຫດ, ຄວາມອັນຕະລາຍ ແລະ ຜົນເສຍຫາຍທີ່ຈະຕາມມານັບທັງຊິວີດ ແລະ ຊັບສິນ. ພ້ອມຮຽກຮ້ອງໃຫ້ຄູອາຈານ, ພໍ່, ແມ່ຜູ້ປົກຄອງເອົາໃຈໃສ່ອົບຮົມສັ່ງສອນ ແລະ ຕິດຕາມການເຄື່ອນໄຫວຂອງລູກຫລານບໍ່ໃຫ້ສືບຕໍ່ດັດແປງສະພາບເຕັກນິກລົດ, ຂັບຂີ່ແຂ່ງກັນເປັນຂະບວນເຊິ່ງຈະສ້າງຄວາມສັບສົນໃຫ້ແກ່ການສັນຈອນຕາມເສັ້ນທາງຫລວງ.