ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ

- GS9TG1DX3TWCGkqbOTwJ - ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ
- kitchen vibe - ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ

ລັດຖະບານອາກຊັງຕິນໂຈະສົ່ງອອກຜະລິດຕະພັນຈາກໄກ່ ຫລັງກວດພົບພະຍາດໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ.

ວັນທີ 1 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກໍາຂອງອາກຊັງຕິນອອກຖະແຫລງການ ໃນວັນທີ 28 ກຸມພາ ໂຈະການສົ່ງອອກຊີ້ນໄກ່ ແລະ ຜະລິດຕະພັນແປຮູບທີ່ກ່ຽວຂ້ອງ ຫລັງກວດພົບການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກກໍລະນີທໍາອິດ ໃນອຸດສາຫະກໍາສັດປີກ ຢູ່ແຂວງຣິໂອເນໂກຣ ຕັ້ງຢູ່ທາງຕອນໃຕ້ຂອງປະເທດ.

- Visit Laos Visit SALANA BOUTIQUE HOTEL - ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ

ທັງນີ້, ອາກຊັງຕິນເປັນປະເທດໜຶ່ງໃນອາເມລິກາໃຕ້ ເຊິ່ງກໍາລັງຜະເຊີນການແພ່ລະບາດຢ່າງໜັກຂອງພະຍາດໄຂ້ຫວັດສັດປີກ ທັງໃນນົກປ່າ, ສັດປີກແບບລ້ຽງ ແລະ ສັດປີກໃນອຸດສາຫະກຳ ຕະຫລອດຈົນສັດລ້ຽງລູກດ້ວຍນົມໃນທະເລ ໂດຍນັບແຕ່ກາງເດືອນກຸມພາຜ່ານມາ ມີການຢືນຢັນແລ້ວຢ່າງໜ້ອຍ 25 ກໍລະນີ ແລະ ລັດຖະບານປະກາດສະຖານະການສຸກເສີນ.

ກະຊວງເສດຖະກິດຂອງອາກຊັງຕິນປະກາດໃນຕົ້ນເດືອນກຸມພາ ຈັດສັນງົບປະມານ 1.000 ລ້ານເປໂຊ ເພື່ອທົດແທນໃຫ້ກະສິກອນທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງໄຂ້ຫວັດສັດປີກຮອບປັດຈຸບັນ.

ຂະນະດຽວກັນ, ກອງປະຊຸມຄະນະລັດຖະບານຂອງອາກຊັງຕິນ ມີມະຕິຍົກລະດັບມາດຕະການຄວບຄຸມດ້ານສຸຂະອະນາໄມ ກັບຜະລິດຕະພັນສັດປີກທີ່ນໍາເຂົ້າຈາກຕ່າງປະເທດ. ທັງນີ້ ລັດຖະບານອາກຊັງຕິນຢືນຢັນ ປະຊາຊົນຍັງສາມາດຮັບປະທານຊີ້ນ ແລະ ໄຂ່ຂອງສັດປີກໄດ້ຕາມປົກກະຕິ ໂດຍຕ້ອງເປັນການປຸງສຸກ 100%.

ສ່ວນ ອຸຣຸໄກວ ເຊິ່ງເປັນໜຶ່ງໃນປະເທດໃກ້ຄຽງຂອງອາກຊັງຕິນ ປະກາດສະຖານະການສຸກເສີນຈາກໄຂ້ຫວັດສັດປີກ ໃນອາທິດຜ່ານມາແລ້ວເຊັ່ນກັນ. ທັງນີ້ ການແພ່ລະບາດຢ່າງຕໍ່ເນື່ອງຂອງພະຍາດໄຂ້ຫວັດສັດປີກໃນຫລາຍປະເທດເຂດອາເມລິກາໃຕ້ ຍິ່ງເພີ່ມຄວາມກັງວົນໃຫ້ບັນດາຜູ້ຊ່ຽວຊານໃນການຄາດຄະເນທ່າອ່ຽງການແພ່ລະບາດໃນອະນາຄົດ.

- 3 - ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!