ໄຕ້ຫວັນປະກາດແຈກເງິນນັກທ່ອງທ່ຽວ ເພີ່ມແຮງຈູງໃຈ ກະຕຸ້ນທຸລະກິດທົວ

ຫົວໜ້າກົມການທ່ອງທ່ຽວໄຕ້ຫວັນ ປະກາດແຈກເງິນໃຫ້ນັກທ່ອງທ່ຽວຊາວຕ່າງປະເທດຄົນລະ 5.000 ໂດລາໄຕ້ຫວັນ ທັນທີທີ່ເດີນທາງເຖິງໄຕ້ຫວັນ ຫວັງດຶງຄົນກັບເຂົ້າມາໃຫ້ໄດ້ 10 ລ້ານຄົນໃນ 2 ປີ.
ໃນອາທິດຜ່ານມາ, ທ່ານ ຈາງຊີຊົງ ຜູ້ອໍານວຍການກົມການທ່ອງທ່ຽວໄຕ້ຫວັນ ປະກາດແຜນດຶງດູດນັກທ່ອງທ່ຽວໃໝ່ ຫລັງຈໍານວນນັກທ່ອງທ່ຽວຈາກຕ່າງປະເທດຫລຸດລົງ ຈົນເຫລືອບໍ່ຮອດ 900.000 ຄົນໃນປີຜ່ານມາ ໂດຍມີເປົ້າໝາຍຈະເອີ້ນໃຫ້ຄົນກັບມາທ່ຽວໄຕ້ຫວັນໃຫ້ໄດ້ 10 ລ້ານຄົນພາຍໃນປີ 2024.
ທ່ານ ເສິນຈ້ຽນເຫຼິນ ນາຍົກລັດຖະມົນຕີໄຕ້ຫວັນ ເປີດເຜີຍວ່າ: ໃນປີນີ້ ທາງການໄຕ້ຫວັນມີແຜນຈະດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ເຖິງ 6 ລ້ານຄົນ ໂດຍຈະສະເໜີເງິນ 5.000 ໂດລາໄຕ້ຫວັນ ແກ່ນັກທ່ອງທ່ຽວ 500.000 ຄົນ ແລະ ໃຫ້ເງິນ 20.000 ໂດລາໄຕ້ຫວັນ ແກ່ກຣຸບທົວຕ່າງປະເທດອີກ 90.000 ກຸ່ມ.
ທ່ານ ຈາງຊີຊົງ ຜູ້ອໍານວຍການກົມການທ່ອງທ່ຽວໄຕ້ຫວັນ ລະບຸວ່າ: ເງິນຈໍານວນນີ້ຈະແຈກຢາຍຜ່ານການຈັດອີເວັນໂປຣໂມດການທ່ອງທ່ຽວໄຕ້ຫວັນຕ່າງໆຂອງປີນີ້ ນັກທ່ອງທ່ຽວທີ່ໄດ້ຮັບແຈກເງິນ ຈະຕ້ອງເດີນທາງມາຮອດໄຕ້ຫວັນກ່ອນ ຈຶ່ງຈະສາມາດຮັບເງິນຈໍານວນນີ້ໄດ້ ໂດຍເງິນທີ່ແຈກຈະຢູ່ໃນລັກສະນະຂອງບັດເງິນສົດທີ່ສາມາດໃຊ້ຈ່າຍຄ່າອາຫານ, ທີ່ພັກ ແລະ ຄ່າເດີນທາງໃນລະຫວ່າງທ່ອງທ່ຽວຢູ່ໄຕ້ຫວັນ.
ສໍາລັບບໍລິສັດຕົວແທນຈັດທົວທັງໃນ ແລະ ນອກໄຕ້ຫວັນຈະໄດ້ຮັບເງິນອັດສີດ ເພື່ອກະຕຸ້ນການທ່ອງທ່ຽວເຊັ່ນກັນ.
ໂດຍລວມແລ້ວ ທາງການໄຕ້ຫວັນອະນຸມັດງົບປະມານ 5.300 ລ້ານໂດລາໄຕ້ຫວັນ ເພື່ອໃຊ້ຈ່າຍໃນໂຄງການໄລຍະ 3 ປີ.
ນອກຈາກການແຈກເງິນນັກທ່ອງທ່ຽວແລ້ວ ລັດຖະບານໄຕ້ຫວັນຍັງຈັດສັນງົບປະມານ ເພື່ອສະໜັບສະໜູນຖານເງິນເດືອນຂອງພະນັກງານໂຮງແຮມ ໂດຍຫວັງຈະແກ້ໄຂບັນຫາການຂາດເຂີນແຮງງານໃນອຸດສາຫະກຳໂຮງແຮມໄດ້ ໂດຍທາງໂຮມແຮມຈະໄດ້ຮັບເງິນພິເສດເດືອນລະ 5.000 ໂດລາໄຕ້ຫວັນຕໍ່ການຈ້າງພະນັກງານໃໝ່ 1 ຄົນ.