ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່

- Untitled - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່
- kitchen vibe - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່

ສໍານັກຂ່າວຕ່າງປະເທດລາຍງານວ່າ: ພັກກອມມູນິດຫວຽດນາມ ສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຫວຽດນາມຄົນໃໝ່ ໃນວັນທີ 1 ມີນາ ຫລັງຈາກທ່ານ ຫງວຽນຊວນຟຸກ ອະດີດປະທານປະເທດລາອອກຈາກຕໍາແໜ່ງ ຈາກສາເຫດສະມາຊິກລັດຖະບານທຸຈະລິດ ໃນວັນທີ 18 ມັງກອນ 2023 ໂດຍແຕ່ງຕັ້ງໃຫ້ທ່ານ ນາງ ຫວໍ ຖິ ແອັງ ຊວນ ຮອງປະທານປະເທດ ຮັກສາການປະທານປະເທດຫວຽດນາມຊົ່ວຄາວ.

ໂດຍທ່ານ ໂວ ແວນ ທອງ ອາຍຸ 52 ປີ ຖືເປັນສະມາຊິກຂອງພັກກອມມູນິດຫວຽດນາມທີ່ອາຍຸນ້ອຍທີ່ສຸດໃນບັນດາສະມາຊິກທັງໝົດ 16 ຄົນ. ຫລາຍຝ່າຍເບິ່ງວ່າທ່ານຄືໜຶ່ງໃນບຸກຄົນທີ່ໃກ້ຊິດທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເຊິ່ງເປັນບຸກຄົນທີ່ມີອໍານາດຫລາຍທີ່ສຸດໃນຫວຽດນາມປັດຈຸບັນນີ້.

- Visit Laos Visit SALANA BOUTIQUE HOTEL - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່
- Visit Laos Visit SALANA BOUTIQUE HOTEL - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່

ນອກຈາກນີ້, ທ່ານ ໂວ ແວນ ທອງ ຍັງດໍາລົງຕໍາແໜ່ງເລຂານຸການບໍລິຫານ (Executive Secretary) ເຊິ່ງເປັນໜຶ່ງໃນຕໍາແໜ່ງລະດັບສູງຂອງພັກກອມມູນິດຫວຽດນາມນໍາອີກ ເປັນຮອງພຽງເລຂາທິການໃຫຍ່ພັກກອມມູນິດຫວຽດນາມເທົ່ານັ້ນ ແລະ ທ່ານ ໂວ ແວນ ທອງ ຍັງຖືເປັນພັນທະມິດຄົນສໍາຄັນຂອງທ່ານ ເວືອງ ດິ່ງ ເຫວະ ປະທານລັດຖະສະພາຫວຽດນາມຄົນປັດຈຸບັນ ຜູ້ທີ່ມີທ່າອ່ຽງຈະໄດ້ຮັບການສະເໜີຊື່ໃຫ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ພັກກອມມູນິດຫວຽດນາມຄົນຕໍ່ໄປນໍາອີກ.

ທ່ານ ໂວ ແວນ ທອງ ຖືເປັນມືປາບການສໍ້ລາດບັງຫລວງທີ່ມີບົດບາດສໍາຄັນຫລາຍຂອງຫວຽດນາມ, ມີເຈົ້າໜ້າທີ່ລັດຈໍານວນບໍ່ໜ້ອຍຖືກກວດສອບຂໍ້ຫາທຸຈະລິດ ຈົນຕ້ອງກ້າວລົງຈາກຕໍາແໜ່ງລະດັບສູງໃນທາງການເມືອງ ເຊິ່ງລວມທັງອະດີດປະທານປະເທດ ຫງວຽນຊວນຟຸກ ແລະ ຮອງນາຍົກລັດຖະມົນຕີຫວຽດນາມອີກ 2 ຄົນ.

ການສະເໜີຊື່ທ່ານ ໂວ ແວນ ທອງ ຈໍາເປັນຈະຕ້ອງໄດ້ຮັບມະຕິເຫັນພ້ອມຈາກສະພາແຫ່ງຊາດຂອງຫວຽດນາມ ເຊິ່ງຄາດວ່າຈະມີຈັດກອງປະຊຸມຫາລືໃນວັນທີ 2 ມີນານີ້.

ອ້າງອີງ:

https://www.reuters.com/…/vietnam-communist-party…/

https://www.aljazeera.com/…/new-president-of-vietnam…

https://www.straitstimes.com/…/vietnam-communist-party…

- 5 - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່
- 4 - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່
- 3 - ພັກກອມມູນິດຫວຽດນາມສະເໜີຊື່ທ່ານ ໂວ ແວນ ທອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດຄົນໃໝ່