ຊີ້ແຈງ!! ການເກັບເງິນນຳພະນັກງານເພື່ອຈັດເທສະການບຸນຜີໂຂນ

ວັນທີ 1 ມີນາ 2023 ນີ້, ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ໄດ້ຊີ້ແຈງກໍລະນີເກັບເງິນນໍາພະນັກງານ-ລັດຖະກອນ ແລະ ກໍາລັງປະກອບອາວຸດພາຍໃນເມືອງ ເພື່ອເປັນການປະກອບສ່ວນທຶນສົມທົບຈັດງານເທດສະການບຸນຜີໂຂນ ປະຈໍາປີ 2023 ໂດຍຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ເນື່ອງຈາກເທສະການບຸນຜີໂຂນ ປະຈໍາປີ 2023 ຈະຈັດຂຶ້ນຢ່າງຍິ່ງໃຫຍ່, ແຕ່ງົບປະມານຂອງເມືອງມີຈໍາກັດ, ດັ່ງນັ້ນ ຄະນະປະຈໍາພັກເມືອງໄດ້ປະຊຸມປຶກສາຫາລືກັນຫລາຍຄັ້ງ, ພ້ອມທັງໄດ້ປະຊຸມເພື່ອຕົກລົງເຫັນດີຮ່ວມກັບບັນດາຜູ້ຕາງໜ້າອົງການປົກຄອງບ້ານພາຍໃນເທສະບານເມືອງຮຽບຮ້ອຍແລ້ວ ຈຶ່ງອອກແຈ້ງການເກັບເງິນສົມທົບທຶນການຈັດງານດັ່ງກ່າວນໍາພະນັກງານ-ລັດຖະກອນ ແລະ ກໍາລັງປະກອບອາວຸດ, ລວມເຖິງຂໍການສະໜັບສະໜູນຈາກບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນຢູ່ບັນດາບ້ານພາຍໃນເທດສະບານເມືອງ.
ນອກນີ້, ເຈົ້າເມືອງປາກລາຍ ຢືນຢັນຕື່ມວ່າ: ທຸກຄົນແມ່ນເຫັນດີເຫັນພ້ອມໃຫ້ເກັບເງິນສົມທົບທຶນໃນຄັ້ງນີ້ ຍ້ອນບໍ່ມີລາຍຮັບທາງອື່ນອີກແລ້ວ ແລະ ໃນການຈັດງານຜ່ານມາກໍເຄີຍມີການຂໍສະໜັບສະໜູນລັກສະນະແບບດຽວກັນນີ້ມາແລ້ວຫລາຍຄັ້ງ ເພື່ອແນໃສ່ຮ່ວມກັນສືບທອດ ແລະ ປົກປັກຮັກສາບຸນຜີໂຂນຂອງເມືອງໄວ້ໃຫ້ຍືນຍົງຕະຫລອດໄປ ພ້ອມທັງເປັນການສົ່ງເສີມເປີດກວ້າງວຽກງານການທ່ອງທ່ຽວໃຫ້ບັນລຸຄາດໝາຍວາງໄວ້.
ບຸນພະເວດຜີໂຂນຢູ່ເມືອງປາກລາຍ ຈັດຂຶ້ນທຸກປີມາແຕ່ດົນນານແລ້ວ, ຈົນມາຮອດປີ 2017 ອົງການປົກຄອງແຂວງໄຊຍະບູລີ ໄດ້ຕົກລົງໃຫ້ເມືອງປາກລາຍ ຍົກລະດັບການຈັດງານດັ່ງກ່າວເປັນເທດສະການບຸນຜີໂຂນຂອງເມືອງ ເພື່ອຕິດພັນກັບການສົ່ງເສີມການທ່ອງທ່ຽວ ເຮັດໃຫ້ຮູບແບບການຈັດງານໃຫຍ່ຂຶ້ນ ແລະ ມີຫລາກຫລາຍກິດຈະກໍາກວ່າເກົ່າ. ເຊິ່ງປີ 2023 ນີ້ຈະຈັດຂຶ້ນໃນ ວັນທີ 2-6 ມີນາ ແບບຍິ່ງໃຫຍ່ ແລະ ມີຫລາຍກິດຈະກໍາ ຄື: ການປະກວດນາງທິດາພະເວດສັນດອນ, ການເດີນແບບເດັກສະຫລາດ-ເດັກຄຳຮູ້, ງານຕະຫລາດນັດ, ການປະກວດສິລະປະວັນນະຄະດີ-ປະກວດນ້ອງຮ້ອງສຽງດີ, ປະກວດຈູດບັ້ງໄຟດອກ, ປະກວດອາຫານພື້ນບ້ານ ແລະ ການຊ່ວງເຮືອຊາຍ 20 ສີພາຍ.