ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ

- tp composite messie iphones - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ
- kitchen vibe - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ

ການຄວ້າແຊ້ມບານໂລກ 2022 ຂອງທີມຊາດອາເຈນຕິນາ. ຖືເປັນຄວາມຝັນທີ່ກາຍເປັນຈິງຂອງ ລີໂອເນວ ເມສຊີ່, ໜຶ່ງໃນນັກກິລາບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ແລະ ແນ່ນອນວ່າລາວຈະບໍ່ມີທາງລືມໝູ່ເພື່ອນ ແລະ ອ້າຍນ້ອງທີ່ຮ່ວມກັນຜ່ານມາຈົນເຖິງມື້ນີ້.

ເມສຊີ່ ຕັດສິນໃຈສັ່ງຜະລິດ iPhone ຈາກທອງຄຳ 24k ໃຫ້ກັບນັກເຕະ ແລະ ຄູຝຶກທັງໝົດຂອງທີມຟ້າຂາວທີ່ຊະນະເລີດບານໂລກ, ອີງຕາມ Ben Lyons, CEO ຂອງ IDESIGN GOLD ຜູ້ຈັດສ້າງເປີດເຜີຍວ່າ ລີໂອເນວ ໄດ້ຖືກພິຈາລະນາເປັນລູກຄ້າຄົນສຳຄັນຂອງບໍລິສັດຢູ່ແລ້ວກ່ອນໜ້ານີ້. ແລະ ຫລັງຈາກອາເຈນຕິນາຄວ້າແຊ້ມບານໂລກໄດ້ ລາວໄດ້ຕິດຕໍ່ມາ ເພາະ​ຢາກ​ມອບ​ຂອງ​ຂວັນ​ໃຫ້​ໝູ່​ເພື່ອນ ອ້າຍ​ເອື້ອຍ​ນ້ອງ​ທີ່​ເຂົ້າ​ຮ່ວມ​ຮົບ. ແຕ່ລາວບໍ່ຕ້ອງການໃຫ້ຂອງຂວັນແບບທົ່ວໄປປົກກະຕິຄືກັບໂມງ, ດັ່ງນັ້ນ ເບນ ເລີຍສະເໜີແນະນໍາໃຫ້ເຮັດ iPhone ສີທອງຕາມຊື່ຂອງແຕ່ລະຄົນ. ເຊິ່ງ ເມສຊີ່ ມັກແນວຄວາມຄິດນີ້ຫລາຍ ແລະ CEO ຂອງ IDESIGN GOLD ໄດ້ເດີນທາງໄປມອບ iPhone ລຸ້ນນີ້ໃຫ້ ເມສຊີ່ ດ້ວຍຕົນເອງ.

iPhone ພິເສດເຄື່ອງນີ້ ເບິ່ງໃນຮູບ ອາດຈະເປັນ iPhone 14 Pro, ສັງເກດເຫັນຈາກໂມດູນກ້ອງຖ່າຍຮູບ 3 ເລນທີ່ລ້ຳເກີນກື່ງກາງຂອງໂຕເຄື່ອງ. ສ່ວນໂຕເຄື່ອງແມ່ນເຮັດຈາກຄໍາ 24K ທີ່ສະລັກຊື່ຂອງແຕ່ລະຄົນໃສ່ໄວ້ ແຕ່ຖ້າເປັນນັກເຕະ​ຈະ​ມີ​ເບີ​ເສື້ອ​ຢູ່ນຳ, ປ່ຽນຈາກໂລໂກ້ Apple ຖືກແທນທີ່ດ້ວຍໂລໂກ້ທີມຊາດອາເຈນຕິນາ ພ້ອມຂໍ້ຄວາມວ່າ WORLD CUP CHAMPIONS 2022, ແລະ ດ້ານລຸ່ມແມ່ນສະລັກໂລໂກ້ຂອງຜູ້ຜະລິດໄວ້.

- 334414846 3561182927492044 3094763912138161417 n e1677738661660 - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ

- lionel messi gold iphone 799494223 684x1024 - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ
Lionel Messi Gold iphone

- 5 - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ
- 4 - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ
- 3 - ເມສຊີ່ ສັ່ງຜະລິດ iPhone 14 pro ຈາກຄຳ 24k ໃຫ້ນັກເຕະ ແລະ ທີມງານ ອາເຈນຕິນາ ຊຸດແຊ້ມບານໂລກ