ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ

- IMG 114 - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ
- kitchen vibe - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ

ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສະເໜີປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂ ເຊິ່ງຈັດຂຶ້ນໃນທ້າຍເດືອນກຸມພາຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວີໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ພົນຕີ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ຕໍາຫລວດ ພ້ອມພວກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການສະເໜີປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂຂອງບັນດາຄ້າຍທີ່ນອນໃນຄວາມຮັບຜິດຊອບຂອງກົມຕໍາຫລວດຄຸມຂັງ-ດັດສ້າງ ຄຸ້ມຄອງໃນຂອບເຂດທົ່ວປະເທດ, ພ້ອມນີ້, ຜູ້ເຂົ້າຮ່ວມກໍໄດ້ຄົ້ນຄວ້າ ປະກອບຄວາມຄິດເຫັນ ແລະ ເອກະພາບກັນຫລາຍບັນຫາ ໂດຍສະເພາະກ່ຽວກັບເງື່ອນໄຂຂອງນັກໂທດ ທີ່ຈະສະເໜີປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ເພື່ອໃຫ້ມີຄວາມເປັນເອກະພາບກັນ, ທັງຮັບປະກັນໄດ້ຄວາມຖືກຕ້ອງ, ໂປ່ງໄສ ແລະ ຍຸຕິທໍາ ເພື່ອເປັນການສຶກສາອົບຮົມໃຫ້ນັກໂທດ, ຍາດຕິພີ່ນ້ອງ ໄດ້ຮັບຮູ້ເຂົ້າໃຈນະໂຍບາຍອັນຖືກຕ້ອງເປັນທໍາ ຂອງພັກ-ລັດເຮົາ ຊຶ່ງລວມມີ: ຄ້າຍຄຸມຂັງ ໂພນຕ້ອງ, ຕານປ່ຽວ, ໂພນເງິນ ນະຄອນຫລວງວຽງຈັນ, ຄ້າຍຄຸມຂັງ ບຸນເໜືອ ແຂວງຜົ້ງສາລີ, ຄ້າຍຄຸມຂັງ ລ້ອງເລິກ ແຂວງຫລວງພະບາງ, ຄ້າຍຄຸມຂັງ ຄັງໄຂ ແຂວງຊຽງຂວາງ, ຄ້າຍຄຸມຂັງ ແກ້ງຄັນ ແຂວງສະຫວັນນະເຂດ ແລະ ຄ້າຍຄຸມຂັງ ບັງລຽງ ແຂວງຈຳປາສັກ.

- Visit Laos Visit SALANA BOUTIQUE HOTEL - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ
- Visit Laos Visit SALANA BOUTIQUE HOTEL - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ

ໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ກໍໄດ້ມີທິດຊີ້ນໍາ ແລະ ມອບໃຫ້ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕໍາຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ປະສານສົມທົບກັນ ແລະ ປັບປຸງຄືນຕາມການປະກອບຄໍາເຫັນຂອງກອງປະຊຸມ ແລະ ແຈ້ງການໄປຫາອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ຈັດຕັ້ງປະຕິບັດເພື່ອຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ຂໍ້ມູນ: ອອປສ

 

- 5 - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ
- 3 - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ
- 4 - ໄອຍະການ ແລະ ປກສ ຫາລືການສະເໜີປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ