ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ

- IMG 115 - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ
- kitchen vibe - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ

ອີງຕາມການລາຍງານຂອງທ່ານ ໄຄແສງ ກິດຕິລາດ ຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫີນບູນ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນປີ 2022 ທົ່ວເມືອງຫີນບູນ ມີສັດລ້ຽງປະເພດງົວ, ຄວາຍ, ແບ້, ໝູ, ໄກ່, ເປັດ ແລະ ອື່ນໆ. ທັງໝົດ 88.033 ໂຕ, ຖ້າທຽບໃສ່ປີ 2021 ແມ່ນມີຈໍານວນຫລຸດລົງ 44%. ໃນນັ້ນມີຟາມງົວ 1 ແຫ່ງ, ມີ 60 ໂຕ, ມີເນື້ອທີ່ 100 ເຮັກຕາ, ຟາມໝູ 3 ແຫ່ງ, ມີ 2.015 ໂຕ, ມີເນື້ອທີ່ 9,49 ເຮັກຕາ, ຟາມໄກ່ຊີພີ 1 ແຫ່ງ, ມີ 5.000 ໂຕ, ມີເນື້ອທີ່ 1 ເຮັກຕາ, ລ້ຽງໄກ່ໄຂ່ແບບຄອບຄົວ 1 ແຫ່ງ, ມີ 2.000 ໂຕ, ລ້ຽງໝູພັນ 1 ແຫ່ງ, ມີ 200 ໂຕ, ກະຊັງປາ 2 ແຫ່ງ ມີ 16 ກະຊັງ, ຢຸດຕິການລ້ຽງ 1 ແຫ່ງ ມີ 6 ກະຊັງ, ອ່າງລ້ຽງກົບ 3 ແຫ່ງ ມີ 8 ອ່າງ ສາມາດຜະລິດລູກກົບໄດ້ 36.000 ໂຕ, ທົ່ວເມືອງມີວັງສະຫງວນທັງໝົດ 14 ແຫ່ງ, ມີເນື້ອທີ່ 97,3 ເຮັກຕາ, ໜອງປາທໍາມະຊາດ 101 ແຫ່ງ, ມີ 20,2 ເຮັກຕາ, ອ່າງເກັບນໍ້າ 4 ແຫ່ງ, ມີເນື້ອທີ່ 19,5 ເຮັກຕາ, ໜອງປາລ້ຽງ 569 ແຫ່ງ, ມີ 77,88 ເຮັກຕາ, ຜົນຜະລິດ 7,88 ໂຕນ.

ໃນນັ້ນແຜນການຂະຫຍາຍເພີ່ມ 30 ແຫ່ງ, ມີເນື້ອທີ່ 0,90 ເຮັກຕາ, ຜົນຜະລິດແມ່ນ 2 ໂຕນ, ມີປະເພດປານິນ, ປາດຸກ, ປາໃນ ແລະ ປາກິນຫຍ້າ. ເຊິ່ງໃນປີຜ່ານມາການລ້ຽງສັດພາຍໃນເມືອງແມ່ນສາມາດຕອບສະໜອງສະບຽງອາຫານຊີ້ນ ແລະ ປາ ໄດ້ 121,33 ໂຕນ, ມີປະເພດຊີ້ນສັດ 113,45 ໂຕນ, ປາ 7,88 ໂຕນ. ນອກນີ້ທາງໜ່ວຍງານຍັງໄດ້ລົງຕິດຕາມກວດກາການຊື້-ຂາຍ ຊີ້ນ, ສ້າງບົດບັນທຶກກັບຜູ້ກະທໍາຜິດ, ຕິດຕາມການເກີດພະຍາດ, ການສັກຢາສັດ, ພ້ອມທັງໄດ້ຊຸກຍູ້ສົ່ງເສີມການລ້ຽງສັດຂອງປະຊາຊົນ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ ເພື່ອຮັບປະກັນໃນການຕອບສະໜອງຊີ້ນໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສົ່ງເສີມການລ້ຽງສັດແບບເປັນກຸ່ມ, ເປັນຟາມ ແລະ ການລ້ຽງປາໃສ່ໜອງໃຫ້ຫລາຍຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ
- Visit Laos Visit SALANA BOUTIQUE HOTEL - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ
- 5 - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ
- 3 - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ
- 4 - ປີຜ່ານມາ ເມືອງຫີນບູນ ສາມາດຕອບສະໜອງຊີ້ນ ແລະ ປາ ເປັນສະບຽງອາຫານ ໄດ້ 121,33 ໂຕນ