ອົງການກາແດງສະວິດ ມອບເຄື່ອງອຸປະກອນການແພດ ໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າ ເກືອບ 2 ແສນໂດລາ

- 334559913 1140671100057250 7965323934208557048 n - ອົງການກາແດງສະວິດ ມອບເຄື່ອງອຸປະກອນການແພດ ໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າ ເກືອບ 2 ແສນໂດລາ
- kitchen vibe - ອົງການກາແດງສະວິດ ມອບເຄື່ອງອຸປະກອນການແພດ ໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າ ເກືອບ 2 ແສນໂດລາ

ວັນທີ 3 ມີນາ 2023 ນີ້ ອົງການກາແດງສະວິດ ມອບເຄື່ອງອຸປະກອນການແພດ ໃຫ້ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ເພື່ອນຳໃຊ້ເຂົ້າໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ

ທີ່ມອບໂດຍ ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວິດ ປະຈຳ ສປປ ແລະ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ເປັນຜູ້ກ່າວຮັບໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ

 ເຄື່ອງທີ່ມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງປິ່ນແຍກສ່ວນປະກອບຂອງເລືອດ 1 ເຄື່ອງ, ຕູ້ເຢັນເກັບຮັກສາເລືອດ 5 ເຄື່ອງ, ເຄື່ອງປິ່ນວິເຄາະເລືອດ 10 ເຄື່ອງ, ເຄື່ອງຕັດສາຍຖົງເລືອດ 10 ເຄື່ອງ, ໝໍ້ນໍ້າອຸ່ນສໍາລັບກວດວິເຄາະເລືອດ 10 ເຄື່ອງ ແລະ ເຄື່ອງອົບຂ້າເຊື້ອ 5 ເຄື່ອງ, ເຄື່ອງຈຳນວນດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ໂດຍລວມມີມູນຄ່າທັງໝົດ 195.765 ໂດລາ  ພາຍໃຕ້ໂຄງການສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ສະໜັບສະໜູນທຶນຈາກອົງການກາແດງສະວິດ.

- 5 - ອົງການກາແດງສະວິດ ມອບເຄື່ອງອຸປະກອນການແພດ ໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າ ເກືອບ 2 ແສນໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!