ປີ 2022 ຕຳຫລວດສາຍດ່ວນ 1191 ໄດ້ຮັບແຈ້ງຄວາມ 1.141 ເລື່ອງ ແລະ ແກ້ໄຂເຫດສຸກເສີນ ໄດ້ 738 ເລື່ອງ

- IMG 332 1 - ປີ 2022 ຕຳຫລວດສາຍດ່ວນ 1191 ໄດ້ຮັບແຈ້ງຄວາມ 1.141 ເລື່ອງ ແລະ ແກ້ໄຂເຫດສຸກເສີນ ໄດ້ 738 ເລື່ອງ
- kitchen vibe - ປີ 2022 ຕຳຫລວດສາຍດ່ວນ 1191 ໄດ້ຮັບແຈ້ງຄວາມ 1.141 ເລື່ອງ ແລະ ແກ້ໄຂເຫດສຸກເສີນ ໄດ້ 738 ເລື່ອງ

ອີງຕາມການລາຍງານຂອງ ທ່ານ ພັທ ບຸນຮ່ວງ ແສງມະນີ ຫົວໜ້າພະແນກຄວບຄຸມລະບົບວົງຈອນປິດ ຫ້ອງຕໍາຫລວດ ປກສ ນວ ໃນກອງປະຊຸມສະຫລຸບການເຄື່ອນໄຫວວຽກງານວິຊາສະເພາະ ປະຈໍາປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງພະແນກຕໍາຫລວດຄວບຄຸມລະບົບວົງຈອນປິດ 1191 ຈັດຂຶ້ນໃນວັນທີ 2 ມີນາ 2023 ນີ້ວ່າ: ໄລຍະ 1 ປີຜ່ານມາ ໄດ້ຮັບແຈ້ງຄວາມທັງໝົດ 1.141 ຄັ້ງ ແລະ ລົງແກ້ໄຂເຫດສຸກເສີນ ທັງໝົດ 738 ຄັ້ງ, ສາມາດກັກຕົວເປົ້າໜາຍສົ່ງໃຫ້ ປກສ ເມືອງດໍາເນີນຄະດີ 358 ຄົນ, ຍິງ 31 ຄົນ.

ໃນນີ້, ຢືດ ຢາບ້າ 15.886 ເມັດ, ຢາໄອສ໌ 1 ກິໂລ, 24 ຖົງນ້ອຍ ແລະ 3 ຫລອດນ້ອຍ, ເຮໂລອິນ 1 ຖົງນ້ອຍ, ຢາເຄ 500 ກຣາມ, ລົດໃຫຍ່ 2 ຄັນ, ລົດຈັກ 28 ຄັນ, ໂທລະສັບ 15 ເຄື່ອງ, ເງິນ 1.832.000 ກີບ, 150 ໂດລາ ແລະ 100 ບາດ, ອຸປະກອນເສບຢາ 18 ຊຸດ, ບັ້ງອົກຊີ 11 ບັ້ງ, ປຸມເປົ້າມີສານເສບຕິດ 135 ໜ່ວຍ, ໄມ້ແປຮູບ 3 ຄິວ, ວັດຖຸປະເພດສາຍຄໍ 2 ເສັ້ນ, ສາຍແຂນ 1 ເສັ້ນ, ປືນສັ້ນ 3 ກະບອກ, ລູກກະສູນ 13 ລູກ, ເຫລັກເສັ້ນ 35 ເສັ້ນ, ລົດຖີບໄຟຟ້າ 1 ຄັນ, ປືນແກັບ 1 ກະບອກ, ພ້າ 1 ດວງ, ໄມ້ 8 ຕັບ.

ທ່ານ ຫົວໜ້າພະແນກຄວບຄຸມລະບົບວົງຈອນປິດ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າຄະນະພັກ-ຄະນະພະແນກຕໍາຫລວດຄວບຄຸມລະບົບວົງປິດ ຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວ ເຮັດວຽກງານວິຊາສະເພາະ ຕິດຕາມກວດກາປະຈຳການຄອຍເຫດ, ຮັບແຈ້ງເຫດ ແລະ ລົງແກ້ໄຂເຫດສຸກເສີນທີ່ເກີດຂຶ້ນໃຫ້ທັນກັບເຫດການ, ສືບຕໍ່ຂຶ້ນແຜນຝຶກອົບຮົມ ການນຳໃຊ້ລະບົບຄອມພິວເຕີ, ໃຫ້ພະນັກງານ-ວິຊາການໃຫ້ຫລາຍຂຶ້ນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະ 1191 ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເພື່ອເຮັດໃຫ້ຕຳຫລວດຮັບແຈ້ງ ແລະແກ້ໄຂເຫດສຸກເສີນ 1191 ປກສ ນະຄອນຫລວງວຽງຈັນ ໃຫ້ກາຍເປັນເຫລົ່າຮົບວິຊາສະເພາະໜຶ່ງ ລົງແກ້ໄຂເຫດສຸກເສີນ ທີ່ເກີດຂຶ້ນໄດ້ທັນກັບສະພາບເຫດການຕົວຈິງ.

- 3 - ປີ 2022 ຕຳຫລວດສາຍດ່ວນ 1191 ໄດ້ຮັບແຈ້ງຄວາມ 1.141 ເລື່ອງ ແລະ ແກ້ໄຂເຫດສຸກເສີນ ໄດ້ 738 ເລື່ອງ
- 4 - ປີ 2022 ຕຳຫລວດສາຍດ່ວນ 1191 ໄດ້ຮັບແຈ້ງຄວາມ 1.141 ເລື່ອງ ແລະ ແກ້ໄຂເຫດສຸກເສີນ ໄດ້ 738 ເລື່ອງ
- 5 - ປີ 2022 ຕຳຫລວດສາຍດ່ວນ 1191 ໄດ້ຮັບແຈ້ງຄວາມ 1.141 ເລື່ອງ ແລະ ແກ້ໄຂເຫດສຸກເສີນ ໄດ້ 738 ເລື່ອງ