ຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້
March 3, 2023 - 5:28 PM

ວັນທີ 3 ມີນາ 2023ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້ ຂຶ້ນ ທີ່ແຂວງຈຳປາສັກໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ທ່ານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ. ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຄະນະຮັບຜິດຊອບຊຸດອົບຮົມຈາກສູນກາງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ 5 ພາກໃຕ້ຄື: ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ຫົວໜ້າຄະນະໂຄສະນາອົບຮົມ 9 ເມືອງ, 1 ນະຄອນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ພາຍຫຼັງ ທ່ານ ວິໄລວົງ ບຸດດາຄໍາ ກ່າວຕ້ອນຮັບບັນດາ ຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກ, ບັນດາແຂວງສູ່ແຂວງຈຳປາສັກແລ້ວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ກ່າວເປີດຊຸດອົບຮົມຢ່າງເປັນທາງການ ຊຶ່ງທ່ານໄດ້ກ່າວວ່າ: ປະຕິບັດຍຸດທະສາດການພັດທະນາວຽກງານ ຄອສພ ໄປສູ່ຄຸນນະພາບໃໝ່, ການຫັນເປັນທັນສະໄໝໃນວຽກງານ ຄອສພ; ປະຕິບັດຕາມມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ມື້ນີ້ ພວກເຮົາດໍາເນີນກອງປະຊຸມຝຶກອົບຮົມວຽກງານໂຄສະນາອົບຮົມ ຢູ່ບັນດາແຂວງພາກໃຕ້ ໃນທ່າມກາງ ບັນຍາກາດທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມສືບຕໍ່ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອ “ສ້າງການຫັນປ່ຽນດ້ານຈິນຕະນາການ, ຍົກສູງຄຸນນະພາບຂອງວຽກການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ປະຕິບັດຕາມຄຳຂວັນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ V “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່” ແລະ ສືບຕໍ່ປະຕິບັດເນື້ອໃນມະຕິ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ຂຶ້ນຢ່າງເປັນທາງການ.
ຈຸດປະສົງຕົ້ນຕໍຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອປັບປຸງທັດສະນະ ແລະ ຍົກລະດັບ ຄວາມຮູ້-ເຂົ້າໃຈ ໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມກຳໄດ້ຄວາມຮູ້ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກ ງານໂຄສະນາ, ສິລະປະໃນການປາກເວົ້າ ແລະ ການປາຖະກະຖາ, ວຽກງານອົບຮົມ, ວຽກງານຄົ້ນຄວ້າ- ສັງລວມ, ວຽກງານຫາງສຽງສັງຄົມ, ວຽກງານໂຄສະນາຜ່ານສື່, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການເຮັດວຽກງານໂຄສະນາອົບຮົມ, ການຂຽນບົດຂ່າວສານຕ່າງໆໃຫ້ເລິກເຊິ່ງກວ່າເກົ່າ. ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວນັ້ນ ເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຝຶກອົບຮົມສາມາດນຳໄປປັບປຸງ ແລະ ຍົກສູງຄຸນນະພາບຂອງ ວຽກງານໂຄສະນາອົບຮົມໃຫ້ດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ນັບມື້ນັບສູງຂຶ້ນ.
ປັດຈຸບັນຖັນແຖວພະນັກງານທີ່ພວມເຮັດວຽກງານໂຄສະນາອົບຮົມສ່ວນຫຼາຍແມ່ນ ມາຈາກພາກ ສ່ວນອື່ນ ແລະ ຮຽນຈົບວິຊາສະເພາະຂັ້ນຕ່າງໆໃນດ້ານອື່ນ, ສ່ວນຜູ້ທີ່ໄດ້ຮຽນຮູ້ກ່ຽວກັບວຽກງານໂຄສະ ນາຍັງກວມອັດຕາສ່ວນໜ້ອຍທີ່ສຸດ ຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ຍັງພົບຄວາມຫຍຸ້ງຍາກ ແລະ ປະສິດທິຜົນວຽກງານກໍບໍ່ສູງເທົ່າທີ່ຄວນ. ໂດຍເຫັນໄດ້ສະພາບຄວາມເປັນຈິງດັ່ງກ່າວ, ຄອສພ ຈຶ່ງໄດ້ຕົກ ລົງເປັນເອກະພາບ ຈັດຕັ້ງຊຸດຝຶກອົບຮົມວຽກງານໂຄສະນາອົບຮົມ ໃຫ້ແກ່ຖັນແຖວພະນັກງານຂອງຕົນ.
ວຽກງານການຝຶກອົບຮົມບໍ່ວ່າການຝຶກອົບຮົມວຽກງານວິຊາສະເພາະໃດກໍຕາມ ລ້ວນແຕ່ມີຄວາມ ສຳຄັນ ແລະ ຈຳເປັນ, ເພາະເປັນການປັບປຸງຍົກລະດັບວຽກວິຊາສະເພາະ ໃຫ້ມີການຫັນປ່ຽນໃໝ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການສໍາລັບການຝຶກອົບຮົມຂອງພວກເຮົາໃນຊຸດນີ້ ແມ່ນເຮັດໃຫ້ຜູ້ເຂົ້າຮ່ວມ ຝຶກອົບຮົມກຳໄດ້ຄວາມຮູ້ເບື້ອງຕົ້ນກ່ຽວກັບວຽກງານວິຊາສະເພາະ ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ການຝຶກອົບຮົມຊຸດນີ້ມີຄວາມແຕກຕ່າງຈາກຊຸດຜ່ານໆມາ ເພາະບໍ່ມີບົດກ່ຽວກັບທິດສະດີ-ແນວທາງ, ຫາກມີແຕ່ບົດທີ່ພົວພັນເຖິງວຽກງານໂຄສະນາອົບຮົມໂດຍສະເພາະ ຊຶ່ງປະກອບມີ 12 ບົດຄື: ບົດທີ 1 ວຽກງານການເມືອງ-ແນວຄິດຂອງພັກ; ບົດທີ 2 ວຽກງານໂຄສະນາອົບຮົມຂອງພັກ; ບົດທີ 3 ວຽກງານໂຄສະນາ; ບົດທີ 4 ສິລະປະໃນການເວົ້າ (ວາທະສິນ) ແລະ ການໂຄສະນາ-ປາຖະກະຖາ; ບົດທີ 5 ວຽກງານໂຄສະນາເຄື່ອນທີ່; ບົດທີ 6 ວຽກງານໂຄສະນາຜ່ານສື່; ບົດທີ 7 ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມຂອງພັກ; ບົດທີ 8 ການຂຽນເອກະສານອົບຮົມເປົ້າໝາຍຕ່າງໆ; ບົດທີ 9 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ; ບົດທີ 10 ວິທີເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ; ບົດທີ 11 ວຽກງານຄົ້ນຄວ້າສັງລວມ ແລະ ບົດທີ 12 ການນຳໃຊ້ເຕັກໂນໂລຊີໃໝ່ເຂົ້າໃນການເຮັດວຽກງານໂຄສະນາອົບຮົມຂອງພັກ; ການຝຶກອົບຮົມໃນຄັ້ງນີ້ຈະໃຊ້ເວລາ 6 ວັນ ຊຶ່ງຈະໄດ້ຮັບຟັງອາຈານຂຶ້ນຫ້ອງສອນ ບັນຍາຍ, ສົນທະນາແລກປ່ຽນຄຳເຫັນລະຫວ່າງ ອາຈານກັບນັກຝຶກອົບຮົມ ແລະ ລະຫວ່າງນັກຝຶກອົບຮົບ ດ້ວຍກັນ, ເຮັດທົດລອງປາຖະກະຖາໃນຫົວຂໍ້ຈຳນວນໜຶ່ງ, ຝຶກຂຽນບົດຂ່າວສານ ແລະ ໄປທັດສະນະສຶກສາ. ໃນເວລາອັນຈຳກັດຄືແນວນັ້ນ ພວກເຮົາຕ້ອງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນເອກະສານໃຫ້ເລິກເຊິ່ງ ແລະ ບົດຮຽນທີ່ຖອດຖອນໄດ້ ບົນຈິດໃຈບຸກທະລຸ ດ້ານຈິນຕະນາການໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ. ໃນນາມປະທານກອງປະຊຸມຂ້າພະເຈົ້າຫວັງວ່າ ດ້ວຍຄວາມຮັບຜິດຊອບຮ່ວມກັນ ຂອງພວກເຮົາຈະເຮັດໃຫ້ຊຸດຝຶກອົບຮົມຂອງພວກເຮົາໃນຊຸດນີ້ ຈະບັນລຸ ຜົນສຳເລັດຕາມຈຸດປະສົງທີ່ກຳນົດໄວ້.

(ຂ່າວ: ຄອສພ)