ເມສັນ ກຣີນວູດ ສະເໜ່ແຮງ ຫລາຍສະໂມສອນສົນໃຈຢືມຕົວເສີມທີມ

ເມສັນ ກຮີນວູດ ກອງໜ້າ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວໄດ້ຮັບຄວາມສົນໃຈຈາກຫລາຍສະໂມສົນໃຈຈາກຫລາຍສະໂມສອນທີ່ຕ້ອງການຢືມຕົວໄປເສີມທີມ ຫລັງອະນາຄົດກັບ ແມນຢູ ຍັງບໍ່ແນ່ນອນ.
ສຳລັບ ກຣີນວູດ ລອດພົ້ນຈາກ 3 ຄະດີໂດ່ງດັງ ປະກອບດ້ວຍ : ພະຍາຍາມຂົ່ມຂືນ, ກັກຂັງຖ່ວງດຶງ ແລະ ທຳຮ້າຍຮ່າງກາຍອະດີດຄົນຮັກ ທີ່ເຮັດໃຫ້ລາວຖືກຄວບຄຸມຕົວຕັ້ງແຕ່ເດືອນມັງກອນ 2022.
ຈາກເລື່ອງດັ່ງກ່າວ ເຮັດໃຫ້ດາວຍິງອາຍຸ 21 ປີກັບມາມີຊື່ໃນເວັບໄຊຂອງ ແມນເຊສເຕີ ຢູໄນເຕັດ ອີກເທື່ອຫນຶ່ງ ແຕ່ເຖິງແນວໃດກໍຕາມ ຍັງບໍ່ມີການຕັດສິນໃຈຈາກສະໂມສອນວ່າ ລາວຈະໄດ້ກັບມາລົງສະໜາມໃຫ້ທີມຫລືບໍ່ ທ່າມກາງກະແສຕໍ່ຕ້ານຈາກທີມຍິງ ລວມເຖິງແຟນບານບາງສ່ວນ.
ຈົນຫລ້າສຸດ The Telegraph ສື່ໃນອັງກິດ ເປີດເຜີຍວ່າ ຂະນະນີ້ ແມນເຊສເຕີ ຢູໄນເຕັດ ໄດ້ຮັບການຕິດຕໍ່ຈາກຫລາຍສະໂມສອນໃນຕວກກີ ແລະ ສະໂມສອນຂອງລີກທີ່ຕະຫລາດນັກເຕະມາເປີດຢູ່ໃນການຢືມຕົວ ກຣີນວູດ ໄປຮ່ວມທີມ.
ສ່ວນທາງ The Sun ສື່ໃນອັງກິດອີກສຳນັກຫນຶ່ງລະບຸວ່າ ຍັງບໍ່ໄດ້ຕົກລົງກັບຂໍ້ສະເໜີກັບສະໂມສອນໃດໆໃນຂະນະນີ້.