ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ

ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ - master G93Fd61NK0 1188 napoli vs lazio e1677900215245 - ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ
ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ - kitchen vibe - ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ

ການແຂ່ງຂັນບານເຕະ ຊີເຣຍ ອາ ອີຕາລີ ລະດູການ 2022-2023 ເມື່ອຄືນວັນສຸກທີ 3 ມີນາ 2023 ນາໂປລີ ທີມຈ່າຝູງທີ່ຊະນະລີກ 8 ນັດຕິດຕໍ່ກັນ ເປີດສະໜາມ ດີເອໂກ ອາມັນໂດ ມາຣາໂດນາ ຮັບການມາຢາມຂອງ “ນົກອິນຊີສີຟ້າຂາວ” ລາຊິໂອ

ເປີດສາກເຄິ່ງເວລາທໍາອິດພຽງແຕ່ 5 ນາທີ ລາຊິໂອ ເກືອບໄດ້ປະຕູຂຶ້ນເມື່ອ ມາຕິອັສ ເວຊິໂນ ເອົາຫົວຕີບານໃກ້ຈະເຂົ້າປະຕູ, ແຕ່ Giovanni Di Lorenzo ໂໝ່ງສະກັດໄດ້ຢ່າງຫວຸດຫວິດ. ກ່ອນຈົບເຄິ່ງເວລາທຳອິດດ້ວຍຄະແນນ 0-0.

ກັບມາຫລິ້ນຕໍ່ໃນເຄິ່ງເວລາທີສອງ, ໃນນາທີ 67, ລາຊິໂອ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງໄກທີ່ສວຍງາມຈາກ ມາຕິອັສ ເວຊິໂນ.

ໃນຊ່ວງເວລາທີ່ເຫລືອທັງສອງທີມບໍ່ສາມາດເຮັດຫຍັງເພີ່ມໄດ້ ຈົບເກມ ນາໂປລີ ເສຍໃຫ້ ລາຊິໂອ 0-1 ມີ 65 ຄະແນນເທົ່າເດີມ. ສືບຕໍ່ຄອງຈ່າຝູງຕໍ່ໄປ, ຂະນະທີ່ ລາຊິໂອ ເພີ່ມຂຶ້ນເປັນ 48 ຄະແນນເພີ່ມ ຂຶ້ນເປັນອັນດັບສອງ.

ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ - 3 - ນາໂປລີ ສະດຸດເສຍໃຫ້ ລາຊິໂອ ຄາບ້ານ 0-1 ແຕ່ຍັງນຳໂດ່ງຈ່າຝູງ ກັລໂຊ ຊີເຣຍ ອາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!