ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ

ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ - dFQROr7oWzulq5Fa5BYc5CX1hZghcWwREzrkckyaumPhUcYEa3Z3OJ9nW2PMsfYb4X6 e1677901481161 - ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ
ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ - kitchen vibe - ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ

ການແຂ່ງຂັນບານເຕະ ບຸນເດສລິກາ ເຢຍລະມັນ ລະດູການ 2022-2023 ເມື່ອຄືນວັນສຸກທີ 3 ມີນາ 2023 “ເສືອເຫລືອງ” ໂບຣຸສເຊຍ ດັອດມຸນ ເປີດສະໜາມ ໄອດູນາ ປາກ ຕ້ອນຮັບການມາຢາມຂອງ ອາບີ ໄລບຊິກ.

ເປີດເຄິ່ງເວລາທຳອິດມາຮອດນາທີ 13 ດັອດມຸນ ເກືອບໄດ້ປະຕູຂຶ້ນນຳ ເມື່ອ ຈູລຽນ ແບຣນດ໌ ຍິງເຂົ້າປະຕູ ແຕ່ VAR ກວດວ່າບານໄດ້ຖືກມືກ່ອນແລ້ວ.

ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ - Visit Laos Visit SALANA BOUTIQUE HOTEL - ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ

ຈາກນັ້ນ, ໃນນາທີ 21 ດັອດມຸນ ໄດ້ລູກຈຸດໂທດ ແລະ ມາໂກ ຣອຍສ ຮັບໜ້າທີ່ຍິງປະຕູ ເຮັດໃຫ້ ດັອດມຸນ ຂຶ້ນນໍາ 1-0.

ມາເຖິງນາທີ 39 ດັອດມຸນ ໜີຫ່າງເປັນ 2-0 ເມື່ອ ມາໂກ ຣອຍສ ເປີດບານເຂົ້າກອບເຂດໂທດ. ຜູ້ຫລິ້ນທີມຢາມໄດ້ສະກັດເອົາທາງ ເອມເນລ ຊານ ແລະ ຍິງເຂົ້າປະຕູໄດ້ ກ່ອນຈົບເຄິ່ງເວລາທໍາອິດດ້ວຍຄະແນນນີ້.

ກັບມາຫລິ້ນໃນເຄິ່ງເວລາທີສອງ, ໃນນາທີ 74, ໄລບຊິກ ໄລ່ມາເປັນ 1-2 ຈາກການຍິງຂອງ ຟອສເບີກ.

ໃນຊ່ວງເວລາທີ່ເຫລືອທັງສອງທີມບໍ່ສາມາດເຮັດຫຍັງໄດ້ອີກ ທ້າຍເກມ ດັອດມຸນ ເອົາຊະນະ ໄລບຊິກ 2-1 ເກັບເພີ່ມເປັນ 49 ຄະແນນ, ແຊງ ບາເຢິນ ມິວນິກ ຂຶ້ນນໍາເປັນທີ 1 ແຕ່ແຂ່ງຫລາຍກວ່າ 1 ນັດ.

ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ - 5 - ດັອດມຸນ ເປີດບ້ານເອົາຊະນະ ໄລບຊິກ ແຊງ ບາເຢີນ ຂຶ້ນຈ່າຝູງ ບຸນເດສລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!