ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ດ້ວຍການສ້າງ ຄວາມເຂັ້ມແຂງໃຫ້ແມ່ຍິງ ໃນການຜະລິດສື່ດີຈິຕອນ
March 4, 2023 - 3:01 PM

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມໃນຫົວຂໍ້ “ຄວາມສະເໝີພາບລະຫວ່າງຍິງ-ຊາຍ’’ ໃຫ້ແກ່ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງ ໄກ ແລະ ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໃນວັນທີ 3 ມີນາ 2023 ທີ່ນະຄອນຫລວງວຽງຈັນ ເພື່ອຮຽນຮູ້ກ່ຽວກັບວິທີການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງໃນການຜະລິດສື່ດີຈິຕອນ ແລະ ວິດີໂອ ຂອງກະຊວງສຶກສາທິການ ແລະ ກິລາ.

ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ເປັນການສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ ທີ່ຈະມາເຖິງນີ້ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຮ່ວມມືຢ່າງແໜ້ນແຟ້ນໃນການພັດທະນາຂະແໜງການສຶກສາ ໂດຍສະເພາະ ໃນດ້ານການຜະລິດສື່ການຮຽນ-ການສອນທີ່ເປັນດີຈິຕອນ, ວິດີໂອ ແລະ ສື່ໃນຮູບແບບຕ່າງໆ ເຊິ່ງຮ່ວມຜະລິດໂດຍທີມງານຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ແລະ ທີມງານຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ. ສະນັ້ນ, ຈຶ່ງເຫັນວ່າ ມີຄວາມສຳຄັນຍ່າງຍິ່ງສຳລັບນັກຜະລິດສື່ ທີ່ຄວນຈະໄດ້ຮັບຮູ້ ແລະ ມີທັກສະ ເພື່ອສົ່ງເສີມວຽກງານບົດບາດຍິງ-ຊາຍ ແລະ ຫລີກລ້ຽງຄວາມຄິດຕີລວດກວດພຽງ (ການກຳນົດບົດບາດຂອງເພດຍິງ ຫລື ເພດຊາຍແບບຕາຍໂຕ) ດ້ານເນື້ອໃນຂອງສື່ ແລະ ຮູບພາບທີ່ພວກເຂົາຜະລິດ.
ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ໃຫ້ການສະໜັບສະໜູນທາງດ້ານເຕັກນິກ ແລະ ງົບປະມານໃນການຜະລິດວິດີໂອ ສຳລັບການພັດທະນາຄູ ເຊິ່ງຜະລິດໂດຍ ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ, ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ. ຈຸດປະສົງຂອງວິດີໂອ ແມ່ນເພື່ອຊ່ວຍໃຫ້ຄູ ແລະ ຄູຝຶກພັດທະນາທັກສະທີ່ຈໍາເປັນ ເພື່ອປະຕິບັດການຮຽນ-ການສອນດ້ວຍຫລັກສູດໃໝ່ ທີ່ເນັ້ນການປະຕິບັດຕົວຈິງ ພ້ອມໃຫ້ຄຳແນະນຳການແກ້ໄຂສິ່ງທ້າທາຍໃນການສິດສອນ ແລະ ເຕັກນິກການສອນທີ່ເນັ້ນການມີສ່ວນຮ່ວມຂອງນັກຮຽນ, ເຊິ່ງວິດີໂອດັ່ງກ່າວ ໄດ້ຖືກເຜີຍແຜ່ ຜ່ານຊ່ອງໂທລະພາບຂອງກະຊວງສຶກສາທິການ ແລະ ກິລາ (ລາວ ESTTV), ແພລດຟອມ ຄັງປັນຍາລາວ (Khang Panya Lao) ແລະ ຊ່ອງ ຢູທູບ (Youtube) “ວິດີໂອສຳລັບການພັດທະນາຄູ (Teacher Development Videos).
ທ່ານ ໂພລ ແຄລລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ວິດີໂອ ແລະ ສື່ດີຈິຕອນ ມີບົດບາດສໍາຄັນໃນການຮັບປະກັນ ການເຂົ້າເຖິງຂໍ້ມູນທີ່ເທົ່າທຽມກັນສໍາລັບນັກຮຽນ ແລະ ຄູ ທັງໄດ້ສົ່ງເສີມແນວຄວາມຄິດ “ບໍ່ປະລະໃຜໄວ້ເບື້ອງຫລັງ”. ສ່ວນໜຶ່ງຂອງການສະໜັບສະໜູນຂອງລັດຖະບານອົດສະ ຕຣາລີ ຕໍ່ການພັດທະນາວິຊາຊີບຄູໃນ ສປປ ລາວ ແມ່ນການສະໜອງອຸປະກອນ ແລະ ການຝຶກອົບຮົມ ເພື່ອສ້າງ ແລະ ຜະລິດສື່ການຮຽນຮູ້ດີຈິຕອນໃຫ້ແກ່ຄູ.
ເພື່ອສືບຕໍ່ແຜນງານບີຄວາໄລຍະ 2, ລັດຖະບານອົດສະຕຣາລີ ຈະເນັ້ນໜັກແນວທາງໂດຍຄຳນຶ່ງເຖິງບົດ ບາດ ຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ ເພື່ອຫາວິທີຫລີກລ້ຽງ ການມີຄວາມຄິດຕີລວດກວດພຽງດ້ານເພດ, ຄວາມພິການ ແລະ ຊົນເຜົ່າ ພ້ອມທັງຊຸກຍູ້ຄວາມຫລາກຫລາຍຢູ່ພາຍໃນທີມງານໃນແຕ່ລະຂັ້ນຕອນຂອງການຜະລິດສື່ ໂດຍສະເພາະ ການຂຽນບົດຄວາມ ແລະ ການຄັດເລືອກເອົານັກສະແດງ. ຫວັງວ່າ ຜ່ານການຝຶກອົບຮົມໃນມື້ນີ້, ທີມງານຈະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດຂອງສື່ມວນຊົນ ແລະ ການຜະລິດສື່ດດີຈິ ຕອນ ໃນການສ້າງສັງຄົມທີ່ກ້າວໜ້າ ແລະ ມີຄວາມຫລາກຫລາຍຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນ, ທ່ານ ໂພລ ແຄລລີ ຍັງໄດ້ມອບ ອຸປະກອນສຳລັບການຖ່າຍທຳ ແລະ ອຸປະກອນບັນທຶກສຽງ, ເຊິ່ງປະກອບມີ: ກ້ອງຖ່າຍຮູບ, ອຸປະກອນກັນພາບສັ່ນ, ໂປເຈັກເຕີ ແລະ ໄມໂຄໂຟນ, ພ້ອມອຸປະກອນຕັດຕໍ່ມີ: ຄອມພິວເຕີ 5 ເຄື່ອງ, ຈໍພາບໃຫຍ່ພິເສດ, ຊອບແວເພື່ອການຕັດຕໍ່, ເຄື່ອງພິມ ແລະ ອື່ນໆ ລວມມູນຄ່າທັງໝົດ 476 ລ້ານກີບ (40.400 ໂດລາອົດສະຕຣາລີ) ໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເພື່ອຜະລິດວິດີໂອ ສຳລັບການພັດທະນາຄູໃຫ້ຫລາຍຂຶ້ນ ເພື່ອຮອງຮັບການປັບຕົວເພື່ອປະຕິບັດການຮຽນ-ການສອນຫລັກສູດຊັ້ນປະຖົມສະບັບປັບປຸງໃໝ່ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ດ້ວຍການຜະລິດວິດີໂອ ແລະ ສື່ດີຈິຕອນ ຕາງໜ້າຮັບໂດຍ ທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.