ຮັບປະກັນໃຫ້ໂຄງການໄຟຟ້າຈາກກັງຫັນລົມ ແຫ່ງທຳອິດຂອງລາວ ດ້ວຍກຳລັງ 600 ເມກາວັດ ໄດ້ຜະລິດໃນທ້າຍປີ 2023

ຂ່າວກະຊວງພະລັງານ ແລະ ບໍ່ແຮ່ລາຍງານວັນທີ 1 ມີນາ 2023 ຜ່າມນີ້ວ່າ: ໂຄງການຜະລິດໄຟຟ້າຈາກກັງຫັນລົມ 600 ເມກາວັດ ໄດ້ມີການເຊັນສັນຍາລະຫວ່າງລັດຖະບານລາວກັບບໍລິສັດເອກະຊົນ ໃຊ້ເວລາສຶກສາຄົ້ນຄວ້າ ເປັນເວລາ 9 ປີ ເຊິ່ງຈະເລີ່ມກໍ່ສ້າງໃນປີ 2023 ນີ້ ຈະໃຊ້ເວລາການກໍ່ສ້າງ 3 ປີ (ລວມທັງການກໍ່ສ້າງໂຄງການສາຍສົ່ງ), ມີອາຍຸສໍາປະທານໂຄງການ 25 ປີ ແລະ ມີມູນຄ່າການລົງທຶນຂອງໂຄງການທັງໝົດ 900 ລ້ານໂດລາສະຫະລັດ (ລວມທັງມູນຄ່າການກໍ່ສ້າງແລ່ວສາຍສົ່ງ 500 ກິໂລໂວນ ຈາກສະຖານີໄຟຟ້າກັງຫັນລົມ ຫາ ຊາຍແດນ ລາວ-ຫວຽດນາມ).
ໂຄງການດັ່ງກ່າວ ກວມເອົາ 2 ເມືອງ ຂອງ 2 ແຂວງຄື: ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງອັດຕະປື.
ຖືໄດ້ວ່າເປັນໂຄງການຜະລິດໄຟຟ້າຈາກກັງຫັນລົມແຫ່ງທຳອິດແຫ່ງນີ້ ຈະປະກອບມີການຕິດຕັັັັ້ງເສົາຈຳນວນ 148 ຕົ້ນ (ນໍາໃຊ້ເນື້ອທີ່ 0,272 ຮຕ/ຕົ້ນ), ມີ 2 ລະດັບຄື: ເສົາກັງຫັນລົມສູງ 140 ແມັດ, ມີກຳລັງການຜະລິດໄຟຟ້າ 4 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່ຳສຸດ 2,5 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 9,7 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 80,8 ແມັດ, ເສັ້ນຜ່າສູນກາງ 165 ແມັດ, ເນື້ອທີ່ໃບພັດ 21,362 ຕາແມັດ; ແລະ ເສົາກັງຫັນລົມ ສູງ 110 ແມັດ, ມີກຳລັງການຜະລິດໄຟຟ້າ 4,5 ເມກາວັດ ຕໍ່ຕົ້ນ ລວມເປັນ 600 ເມກາວັດ.