ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ

ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - 330635171 910789960344957 1375282839915223709 n - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ
ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - kitchen vibe - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ

ວັນທີ 1 ມີນາ 2023 ນີ້ ປກສ ແຂວງອຸດົມໄຊ ໄດ້ຈັດພິທີສຶກສາອົບຮົມ ແລະ ປູກຈິດສໍານຶກ ແກ່ພາກສ່ວນຮັບການບໍາບັດດັດສ້າງຢູ່ທີສູນດັ່ງກ່າວ. ໂດຍສືກສາອົບຮົມຂອງ ພັທ ຄຳລຸ້ນ ໂຍນທະໜອມ ຫົວໜ້າພະແນກຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ.

ການສຶກສາອົບຮົມຄັ້ງນີ້ ຄະນະຮັບຜິດຊອບໄດ້ອະທິບາຍຂໍ້ກຳນົດກົດລະບຽບ ແລະ ບັນດາຂໍ້ຫ້າມ ແລະ ລະບຽບການຕ່າງໆທີ່ຄວນປະຕິບັດລວມທັງການຮັກສາສຸຂະອະນາໄມພາຍໃນສູນເພື່ອສະກັດກັ້ນການປ້ອງກັນໂລກລະບາດເຊື້ອພະຍາດຕ່າງໆພ້ອມທັງເຜີຍແຜ່ກ່ຽວກັບຜົນຮ້າຍ, ຄວາມອັນຕະລາຍຂອງຢາເສບຕິດປະເພດຕ່າງໆ ເຊິ່ງພາໃຫ້ເກີດບັນຫາປາກົດການຫຍໍ້ທໍ້ທີ່ຮ້າຍແຮງຢູ່ໃນສັງຄົມໃນປັດຈຸບັນ ແລະ ອາຊະຍະກຳ, ປຸ້ນຈີ້, ຊີງຊັບ, ທຳຮ້າຍຮ່າງກາຍ, ຂີ້ລັກງັດແງະ ແລະ ອື່ນໆ.

ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ
ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ

ເວົ້າລວມເວົ້າສະເພາະຕໍ່ຜູ້ຮັບການບໍາບັດ-ດັດສ້າງຢູ່ໃນສູນແຫ່ງນີ້ໄດ້ຮັບຮູ້ ເຂົ້າໃຈກ່ຽວກັບບາບບຸນຄຸນໂທດຂອງຢາເສບຕິດ ທັງເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ເປັນການປູກຈິດສຳນຶກໃຫ້ເຂົ້າເຈົ້າກາຍມາເປັນລູກຫຼານທີ່ດີຂອງຄອບຄົວ ເປັນພົນລະເມືອງດີຢູໃນສັງຄົມ ພາຍຫຼັງຮັບການບໍາບັດປິ່ນປົວຟື້ນຟູສຸຂະພາບຄົບຕາມກໍານົດ ຮູ້ສຶກກິນແໜງແຄງໃຈ ແລະ ໃຫ້ສາມາດອອກເຄື່ອນໄຫວປະກອບອາຊີບທີ່ສຸດຈະລິດ ແລະ ຖືກຕ້ອງຕາມລະບຽບກົດໝາຍບໍ່ໃຫ້ເຄື່ອນໄຫວກະທໍາສິ່ງທີ່ບໍ່ດີຕື່ມອີກ.

ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - 5 - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ
ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - 3 - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ
ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ - 4 - ປກສ ອຸດົມໄຊ ສຶກສາອົບຮົມຜູ້ບຳບັດຢາເສບຕິ 100 ກວ່າຄົນ