ລະວັງ ! ອັກຄີໄພດ້ວຍຕົວເຮົາເອງ ເພາະຫາກເກີດຂຶ້ນພາກສ່ວນກ່ຽວຂ້ອງຊ່ວຍໄດ້ກໍອາດຊັກຊ້າໄປ

ຫວ່າງອາທິດແລ້ວມານີ້, ໄດ້ເກີດເຫດໄຟໄໝ້ຢູ່ແຖວທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຕາມແຫລ່ງຂ່າວໃຫ້ຮູ້ວ່າ: ໃນຂະນະໄຟພວມລຸກລາມໄໝ້ຢ່າງໄວວາໃນຊ່ວງກາງຄືນປະມານ 21ໂມງກວ່າ ໄດ້ໂທຫາເຈົ້າໜ້າທີ່ຕຳຫລວດດັບເພີງ, ແຕ່ກໍໜ້າເສຍດາຍກວ່າລົດດັບເພີງໄປຮອດຊ້າ, ລົດທີ່ໄປມອດຕ້ອງລໍໃຫ້ເຈົ້າໜ້າທີ່ໄຟຟ້າມາປິດໄຟຟ້າກ່ອນ ຕ້ອງລໍໄປອີກ ເມື່ອປິດໄຟຟ້າແລ້ວມອດໄປບຶດໜຶ່ງນໍ້າໝົດ ແລະ ບັນຫາອື່ນໆອີກຫລາຍຢ່າງ .
ຫາກຕັ້ງໂຈດກັນວ່າ: ດ້ວຍສາເຫດໃດລົດດັບເພີງຈຶ່ງໄປຊ້າ ? ຄຳຕອບກໍຄື ໃນຊ່ວງເວລານອກໂມງລັດຖະການ ໂທຫາຕຳຫລວດດັບເພີງຂ້ອນຂ້າງນານຮັບ ຫລື ໂທຕິດແຕ່ບໍ່ມີຄົນຮັບ ແລະ ກວ່າຈະໂທໄດ້ກໍເສຍເວລາໄປຫລາຍສິບນາທີ.
ຕໍ່ບັນຫານີ້ ທິດກໍ່າ ໄດ້ເຄີຍປະສົບພົບພໍ້ມາຫລາຍຄັ້ງແລ້ວ. ຖ້າຫາກຄົ້ນຄວ້າເຖິງສາເຫດວ່າເປັນຫຍັງໃນຊ່ວງນອກໂມງລັດຖະການຈຶ່ງໂທຫາຕຳຫລວດດັບເພີງຂ້ອນຂ້າງຫຍຸ້ງຍາກ. ຄຳຕອບກໍຄື ມັນມີຫລາຍປັດໄຈ ແລະ ຫລາຍເຫດຜົນ ເປັນຕົ້ນຜູ້ປະຈຳການບໍ່ໄດ້ປະຈຳຢູ່ໃນຫ້ອງການເຝົ້າໂທລະສັບຕະຫລອດ ອາດເຂົ້າຫ້ອງນ້ຳ ຫລື ພາກັນໄປກິນເຂົ້າຢູ່ຂ້າງນອກ ຫລື ຖ້າແມ່ນຍາມເດິກດື່ນຂ້ອນຄືນກໍແມ່ນພາກັນນອນຫລັບແຈບກໍເປັນອັນວ່າຈົບເລື່ອງ.
ເວົ້າເລື່ອງບົດຮຽນໃນການແກ້ໄຂສະພາບເກີດເຫດອັກຄີໄພ ທິດກໍ່າ ເຫັນເປັນບົດຮຽນມາແລ້ວຫລາຍຄັ້ງ. ຕົວຢ່າງໃນປີ 1989 ມີເຫດການໄຟໄໝ້ບ້ານໜຶ່ງຢູ່ແຖວເມືອງທ່າພະບາດ ເຊິ່ງບໍ່ໄກກັນກັບບ້ານພະຍາດໂພນສັນ. ໃນມື້ນັ້ນໄດ້ເກີດໄຟໄໝ້ບ້ານລຸກລາມໄປຢ່າງໄວວາ ແລະ ໜ້າຢ້ານກົວທີ່ສຸດ. ຕອນນັ້ນການໄປມາກໍຍັງຫຍຸ້ງຍາກ ເພາະທາງ 13 ໃຕ້ຍ່ານວຽງຈັນຫາປາກຊັນມັນບໍ່ທັນສະດວກສະບາຍຄືດຽວນີ້. ຂະນະນັ້ນ ໄຟກຳລັງໄໝ້ບ້ານໄດ້ໂທຫາເຈົ້າໜ້າທີ່ຕຳຫລວດດັບເພີງແຂວງບໍລິຄຳໄຊກວ່າລົດຈະມາຮອດເປັນສີ່ຫ້າຊົ່ວໂມງ ເພື່ອມາຮອດໄຟໄດ້ໄໝ້ບ້ານເຮືອນປະຊາຊົນຈົນກ້ຽງເອີດເຕີດ.
ຈາກສາເຫດ ເປັນຫຍັງຕຳຫລວດດັບເພີງຈຶ່ງມາແກ້ໄຂຊັກຊ້າແທ້. ສາເຫດຍັງເອົາລົດດັບເພີງແລ່ນໄປດູດເອົານ້ຳຢູ່ນ້ຳງຽບ ເພື່ອຈະເຕັມຖັງຕ້ອງໃຊ້ເວລາເກືອບຊົ່ວໂມງ ເພາະນ້ຳທີ່ແຮໄວ້ໃຜກໍພາກັນສວຍໂອກາດໃຊ້ສອຍໝົດ, ມີຜູ້ເປີດເອົາໄປຊັກເຄື່ອງແດ່, ມີຜູ້ໃຊ້ອາບນ້ຳແດ່ ສຸດທ້າຍນ້ຳໃນຖັງເລີຍໝົດ. ນອກຈາກນີ້ ເສັ້ນທາງຈາກປາກຊັນຫາເມືອງທ່າພະບາດມັນກໍຍາວໄກສົມຄວນ. ນີ້ຄືບົດຮຽນໃນຄວາມພ້ອມຍັງບໍ່ທັນໄດ້ເວົ້າເຖິງສະຕິໃນການສູ້ຮົບ, ບໍ່ທັນໄດ້ເວົ້າເຖິງການນຳໃຊ້ວັດຖຸທີ່ທັນສະໄໝເຂົ້າໃນກໍລະນີສຸກເສີນ ນັບທັງບຸກຄະລາກອນທີ່ຈະຕ້ອງກຽມພ້ອມທຸກຢ່າງເພື່ອແກ້ໄຂຄວາມສຸກທຸກຂອງປະຊາຊົນ.
ຕາມກະແສສັງຄົມທີ່ຈົ່ມທຸກໃຫ້ໜ່ວຍງານກ່ຽວຂ້ອງ ເປັນຕົ້ນຕຳຫລວດດັບເພີງໃນຊ່ວງນອກໂມງການ ໂດຍສະເພາະເວລາກາງຄືນຍາມເດິກດື່ນແມ່ນອ່າວໂທຍາກ. ໝາຍວ່າໂທໄປບໍ່ມີຄົນຮັບ ຫລື ຮັບກໍຕ້ອງໄດ້ໂທຈົນໂທລະສັບຮ້ອນ ຈຶ່ງເປັນເຫດໃຫ້ການກູ້ໄພບໍ່ໄປຕາມການເວລາທີ່ຮຽກຮ້ອງຕ້ອງການ.
ເຖິງຢ່າງໃດກໍດີ, ມາຮອດສະໄໝນີ້ມີຫລາຍອັນຫລາຍຢ່າງເຮົາໄດ້ພັດທະນາວິຊາສະເພາະດ້ານນີ້ຂຶ້ນຫລາຍເຕີບແລ້ວກໍຫວັງວ່າໜ່ວຍງານກ່ຽວຂ້ອງຈະເຄັ່ງໂສ້ຂຶ້ນໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເພາະອັກຄີໄພມັນເກີດຂຶ້ນໄດ້ທຸກຍາມ ບໍ່ວ່າຍາມແລ້ງຍາມຝົນ, ຍາມຮ້ອນຍາມໜາວ. ນອກນັ້ນ ກໍພາກັນມີສະຕິໃນການໃຊ້ຟືນໄຟ, ຢ່າໃຫ້ມັນໄໝ້ຕອນກິນເຂົ້າແຊບນອນຫລັບ ເພາະຊັບສິນທີ່ຫາມາໄດ້ຈະກ້ຽງເອີດເຕີດ.