ປະທານສະພາແຫ່ງຊາດ ເນັ້ນອຳນາດການປົກຄອງເມືອງນາຊາຍທອງ ເອົາໃຈໃສ່ 10 ບັນຫາສຳຄັນ
March 6, 2023 - 9:05 AM

ເນື່ອງໃນໂອກາດທີ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ ລົງພົບປະຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 3 ມີນາ 2023 ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ໂດຍທ່ານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ຄະນະພັກ, ອຳນາດການປົກຄອງ ເມືອງນາຊາຍທອງ ເອົາໃຈໃສ່ 10 ບັນຫາສຳຄັນຄື:
- ເພີ່ມທະວີການນຳພາຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ ນະຄອນຫລວງວຽງຈັນ;
- ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນເຮັດການຜະລິດກະສິກຳ, ການລ້ຽງສັດ ເປັນສິນຄ້າ, ມີມາດຕະຖານ, ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາໂຮງແຮມ, ຮ້ານອາຫານ, ຕະຫລາດຕ່າງໆ ໃນນະຄອນຫລວງວຽງຈັນ ເຊິ່ງເປັນບ່ອນຮອງຮັບຜົນຜະລິດຂອງປະຊາຊົນ. ເອົາໃຈໃສ່ສ້າງ ແລະ ຂະຫຍາຍຮູບແບບເສດຖະກິດລວມໝູ່ຂອງປະຊາຊົນ ໃຫ້ກາຍເປັນຖານເສດຖະກິດອັນໝັ້ນຄົງ ແລະ ໜັກແໜ້ນ, ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການປະຕິບັດນະໂຍບາຍ ແລະ ກົນໄກທີ່ຈໍາເປັນໃນການເຂົ້າເຖິງແຫລ່ງທຶນ, ຕະຫລາດ ແລະ ນະໂຍບາຍອື່ນໆ ເຮັດໃຫ້ວິສາຫະກິດດັ່ງກ່າວມີຄວາມເຂັ້ມແຂງ;
- ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະໜອງ ແກ່ການສ້າງສາພັດທະນາພາຍໃນເມືອງ ເປັນຕົ້ນການສ້າງນັກວິຊາການດ້ານການປູກຝັງ-ລ້ຽງສັດ ເພື່ອເຮັດໃຫ້ການຜະລິດກະສິກໍາພາຍໃນເມືອງຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ;
- ວຽກງານດ້ານສາທາລະນະສຸກ ສະເໜີໃຫ້ຄະນະພັກ, ອົງການປົກຄອງເມືອງ ເພີ່ມທະວີຄວາມເອົາໃຈໃສ່ ໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງການປິ່ນປົວຢ່າງກວ້າງຂວາງ, ສະດວກ ແລະ ມີປະສິດທິພາບ, ເອົາໃຈໃສ່ປັບປຸງໂຮງໝໍເມືອງ, ສຸກສາລາ ດ້ວຍການປະກອບອຸປະກອນ, ເຄື່ອງມືດ້ານການແພດທີ່ສາມາດຍົກສູງປະສິດທິພາບໃນການປິ່ນປົວໃຫ້ສູງຂຶ້ນ, ເພີ່ມຄວາມສາມາດໃນການເຝົ້າລະວັງຕິດຕາມ, ບົ່ງມະຕິ, ຊອກຄົ້ນຫາ ແລະ ໂຕ້ຕອບກໍລະນີພະຍາດລະບາດໃຫ້ໄດ້ໄວ.
- ປັບປຸງຄຸນນະພາບການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ການສ້າງ ແລະ ສ້ອມແປງໂຮງຮຽນ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຫລານໄດ້ເຂົ້າຮຽນ, ປະກອບປຶ້ມແບບຮຽນ, ອຸປະກອນການຮຽນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ແລະ ຂະຫຍາຍຕາໜ່າງການສຶກສາໃຫ້ມີຄຸນນະພາບນັບມື້ສູງຂຶ້ນ ແລະ ທົ່ວເຖິງຢູ່ເຂດຫ່າງໄກສອກຫລີກ;
- ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ, ສະກັດກັ້ນການນຳໃຊ້ສິດ, ອຳນາດໃນທາງທີ່ບໍ່ຖືກກົດໝາຍຂອງພະນັກງານລັດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ມີສ່ວນຮ່ວມເຂົ້າໃນວຽກງານບໍລິຫານລັດ, ສາມາດເຂົ້າເຖິງຂະບວນການຍຸຕິທຳ ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນຳພາຂອງພັກ-ລັດໃຫ້ສູງຂຶ້ນ;
- ເພີ່ມທະວີການຊີ້ນຳ-ນຳພາຂອງອົງຄະນະພັກເມືອງ ຕໍ່ການເຄື່ອນໄຫວວຽກງານຂອງສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ ທີ່ປະຈຳຢູ່ເມືອງນາຊາຍທອງ ໃຫ້ສາມາດເຄື່ອນໄຫວປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ ຕາມກົດໝາຍກຳນົດ, ຄົ້ນຄວ້າປະກອບບຸກຄະລາກອນຊ່ວຍວຽກ ລວມທັງສະຖານ ທີ່ເຮັດວຽກ ແລະ ອຸປະກອນຮັບໃຊ້ການເຄື່ອນໄຫວວຽກງານ ໃຫ້ມີຄວາມເໝາະສົມ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ເຂົ້າສູ່ລະບົບ ແລະ ມີປະສິດທິຜົນນັບມື້ສູງຂຶ້ນ;
- ເພີ່ມທະວີການນຳພາຊີ້ນຳ ພະນັກງານ, ທະຫານ, ຕຳຫລວດ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງຕັ້ງໜ້າ ແລະ ຖືເປັນພັນທະຂອງພົນລະເມືອງທຸກຄົນ ເປັນຕົ້ນການປະຕິບັດນະໂຍບາຍປະຢັດມັດທະຍັດງົບປະມານຂອງລັດ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍເປັນວຽກງານທີ່ສຳຄັນ, ເປັນປາກົດການຫຍໍ້ທໍ້ຂອງສັງຄົມ ສະເໜີໃຫ້ເອົາໃຈໃສ່ສະກັດກັ້ນບັນຫາຢາເສບຕິດ ບໍ່ໃຫ້ເກີດຂຶ້ນ;
- ເພີ່ມທະວີຄວາມເອົາໃຈໃສ່ວຽກງານການກໍ່ສ້າງຮາກຖານການເມືອງ, ລົງໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນຢ່າງແທດເຖິງ;
- ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ເຊິ່ງອົງຄະນະພັກ ເມືອງນາຊາຍທອງ ຈະໄດ້ນໍາພາບັນດາຮາກຖານພັກຈັດຕັ້ງປະຕິບັດ ເພື່ອສຸມໃສ່ບັນດາວຽກງານຕ່າງໆ ເປັນຕົ້ນ ການສ້າງຂະບວນການ ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ, ຄຳສັ່ງ ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ໃຫ້ບັນລຸຕາມຄາດໝາຍທີ່ວາງອອກ.