ໂຈຊົວ ຢືນຢັນຂຶ້ນຊົກກັບ ປູເລຟ ທ້າຍເດືອນຕຸລານີ້
September 6, 2017 - 3:46 PM




ສຳລັບການຊົກຄັ້ງນີ້ຈະ ເກີດຂຶ້ນຫຼັງຈາກທີ່ ໂຈຊົວ ເອົາ ຊະນະ ວະລາດິເມຍ ຄລິດໂກ ອະດີດແຊ໊ມຊາວ ຢູເຄຣນ ໃນ ເດືອນເມສາຜ່ານມາພຽງ 6 ເດືອນ ໂດຍລາວເອງຢືນຢັນ ວ່າຕ້ອງການທີ່ຈະຂຶ້ນສັງວຽນເຕັມທີ່ແລ້ວ.
“ຂ້ອຍຕ້ອງການທີ່ຈະ ຂຶ້ນສັງວຽນອີກຄັ້ງ ຫຼັງການ ຊົກທີ່ ເວມບລີ ຂ້ອຍຈະຂໍມຸ່ງ ໝັ້ນກັບການຊົກຄັ້ງທີ 20 ໃນ ອີກ 8 ອາທິດຂ້າງໜ້າ ຂ້ອຍ ຕື່ນເຕັ້ນທີ່ຈະໄດ້ສຳຜັດກັບບັນຍາກາດໃນສະໜາມທີ່ປີ້ຂາຍໝົດກ້ຽງ ແລະ ຫວັງຈະມອບ ຄ່ຳຄືນທີ່ດີເດັ່ນໃຫ້ກັບກອງ ເຊຍມວຍທຸກຄົນ” ໂຈຊົວ ກ່າວ.