ຈີນ ເປີດກອງປະຊຸມສະພາປະຊາຊົນແຫ່ງຊາດ ປະຈຳປີ
March 6, 2023 - 2:56 PM

ວັນທີ 5 ມີນາ 2023 , ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ ທີ່ເປັນອົງການອຳນາດລັດສູງສຸດຂອງຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນ ຫຼວງປັກກິ່ງ. ຜູ້ນຳພັກ-ລັດ ຄື: ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ເກືອບ 3,000 ຄົນໄດ້ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມຄັ້ງນີ້ຈະເລືອກຕັ້ງແລະຕົກລົງການແຕ່ງຕັ້ງຄະນະລັດຖະບານຈີນຊຸດໃໝ່, ຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງລັດຖະບານ, ກຳນົດເປົ້າ ໝາຍແລະໜ້າທີ່ຕົ້ນຕໍແຫ່ງການພັດ ທະນາເສດຖະກິດສັງຄົມຈີນໃນປີ 2023 ພ້ອມດ້ວຍນະໂຍບາຍແລະມາດຕະການບໍລິຫານປະເທດຂອງລັດຖະບານ.
ໂດຍອີງຕາມວາລະປະຊຸມທີ່ໄດ້ປະກາດໃນມໍ່ໆມານີ້, ກອງປະຊຸມຍັງຈະຄົ້ນຄວ້າພິຈາລະນາຮ່າງກົດໝາຍວ່າດ້ວຍນິຕິບັນຍັດສະບັບດັດແກ້ ແລະແຜນການປະຕິຮູບໂຄງປະກອບການຈັດຕັ້ງຂອງລັດຖະບານຈີນ.