ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ

ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ - 6771 - ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ
ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ - kitchen vibe - ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ

ທ່ານ ພັນຕີ ວຽງນະຄອນ ນ້ອຍມະນີ ຮອງຫົວໜ້າ ພະແນກຄຸ້ມຄອງສະຖິຕິ ພະນັກງານກໍ່ສ້າງຮາກຖານການເມືອງ ປະຈຳກຸ່ມ 4 ໂນນຫວາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 5 ມີນາ 2023 ເວລາ 03:30 ໂມງ ເຈົ້າໜ້າທີ່ ປກສ ກຸ່ມໂນນຫວາຍ ໄດ້ສົມທົບກັບ ປກສ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອອກປະຕິບັດໜ້າທີ່ປ້ອງກັນເວນຍາມ ເລາະກວດກາລາດຕະເວນຕາມຂອບເຂດຮັບຜິດຊອບຕາມປົກກະຕິ ເມື່ອໄປຮອດ ບ້ານຊຽງດາ ໜ່ວຍ 55 ໄດ້ພົບເຫັນຄວາມພິລຸດທີ່ໜ້າສົງໄສຂອງຊາຍຄົນ 1 ທີ່ຈູງລົດຈັກ ເວບ 100 ສີຟ້າ ປ້າຍທະບຽນ ດຂ 7764 ຍ່າງລັດຜ່ານທົ່ງນາ ເຊິ່ງຜິດສັງເກດ ເຈົ້າໜ້າທີ່ໄດ້ເຂົ້າໄປສອບຖາມ ແລະເຂົ້າກວດກາຕົວຈິງ ຈຶ່ງຮູ້ວ່າ: ລົດຈັກຄັນດັ່ງກ່າວ ເຈົ້າຂອງເປັນເພດຍິງທີ່ພັກເຊົາຢູ່ຫ້ອງແຖວບ້ານຊຽງດາ ໜ່ວຍ 55 ຈາກນັ້ນໄດ້ກັກຕົວຊາຍຄົນດັ່ງກ່າວພ້ອມລົດຈັກ ມາສືບສວນ-ສອບສວນ.

ຜ່ານການສອບສວນ ຊາຍຄົນດັ່ງກ່າວຊື່ ທ້າວ ຄົມ ອາຍຸ 22 ປີ ບ້ານເພຍຊຸ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ມາພັກເຊົ່າຢູ່ຫ້ອງແຖວບ້ານເມືອງນ້ອຍ ຮ່ອມ5 ຜູ້ກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນເອງໄດ້ຍ່າງເລາະລົງມາແຕ່ບ້ານເມືອງນ້ອຍ ເຊິ່ງມີຈຸດປະສົງ ຍ່າງໄປເພື່ອຈະເຕີມເຊີ້ ຢູ່ຮ້ານເກມອອນລາຍ ເຂດບ້ານຊຽງດາ ພໍມາຮອດຫ້ອງແຖວ ເຂດບ້ານຊຽງດາ ໜ່ວຍ 55 ໄດ້ແນມເຫັນລົດຈັກຄັນ ດັ່ງກ່າວຈອດຢູ່ໃນຮົ້ວຫ້ອງແຖວເລີຍມີແນວຄິດຢາກໄດ້ຈຶ່ງເຂົ້າໄປລັກ ແລ້ວຈູງເອົາລົດອອກມາດ້ານຫລັງຫ້ອງແຖວ ເພື່ອລັດອອກທາງທົ່ງນາ ເຈົ້າໜ້າທີ່ ພົບເຫັນ ແລະ ເຂົ້າກວດສອບ ພ້ອມທັງສອບຖາມຕົນ ຈຶ່ງໄດ້ຖີ້ມລົດຈັກແລ້ວແລ່ນເພື່ອເອົາຕົວລົບໜີ ແຕ່ສຸດທ້າຍໜີໄປບໍ່ລອດຖືກເຈົ້າໜ້າທີ່ຈັບໄດ້.

ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມໂນນຫວາຍ ໄດ້ສົ່ງຕົວຜູ້ກ່ຽວ ພ້ອມຂອງກາງ ລົດຈັກ 1 ຄັນ ໃຫ້ກອງຄະດີ ປກສ ເມືອງໄຊເສດຖາ ດຳເນີນຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂໍ້ມູນ-ພາບ: ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ

ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ - 3 - ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ
ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ - 4 - ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ
ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ - 5 - ຍ່າງເລາະເພື່ອຈະເຕີມເຊີ້ທີ່ຮ້ານເກມ ອອນລາຍ ແຕ່ຄິດລັກລົດຈັກ ສຸດທ້າຍໄປ ບໍ່ລອດ ຖືກເຈົ້າໜ້າກັກຕົວດຳເນີນຄະດີ