ຍທຂ ເມືອງສີໂຄດຕະບອງ ຈະປັບປຸງ-ສ້ອມແປງເສັ້ນທາງ 4 ເສັ້ນ ລວມມູນຄ່າ 18,4 ຕື້ກວ່າກີບ

ທ່ານ ຄຳຫລ້າ ອ່າງມັດສາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ສຳພາດຜ່ານໂທລະພາບນະຄອນຫລວງວຽງຈັນ ໃນວັນທີ 6 ມີນາ 2023 ວ່າ: ເພື່ອກະກຽມຄວາມພ້ອມໃນການຕ້ອນຮັບກອງປະຊຸມສຸດຍອດ ອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນ 2024, ເຊິ່ງທາງ ຫ້ອງການ ຍທຂ ເມືອງ ແມ່ນໄດ້ສຸ່ມໃສ່ກໍ່ສ້າງ, ປັບປຸງ ແລະ ສ້ອມແປງເສັ້ນທາງພາຍໃນເມືອງສີໂຄດຕະບອງ ເພື່ອຮັບປະກັນການສັນຈອນໄປ-ມາ ໃຫ້ມີຄວາມສະດວກ, ສະບາຍ ແລະ ວ່ອງໄວ ໂດຍໄດ້ສົມທັບກັບພະແນກ ຍທຂ ນະຄອນຫລວງວຽງຈັນ ສືບຕໍ່ກໍ່ສ້າງບັນດາເສັ້ນທາງທີ່ພວມກໍ່ສ້າງຍັງທັນບໍ່ສຳເລັດ ພ້ອມທັງຈະເລັ່ງສ້ອມແປງ-ປັບປຸງໃຫ້ສຳເລັດກ່ອນເປີດກອງປະຊຸມດັ່ງກ່າວ.
ສຳລັບເສັ້ນທາງທີ່ຈະເລັ່ງສ້ອມແປງ-ປັບປຸງ ແມ່ນເສັ້ນທາງດົງນາໂຊກ-ໜອງພະຍາ ເຊິ່ງເປັນ 4 ເລນ, ມີຄວາມຍາວ 7,5 ກິໂລແມັດ ທີ່ໄດ້ລະດັບມາດຕະຖານ ເຊິ່ງພາກລັດໄດ້ລົງທຶນຈຳນວນ 360 ຕື້ກວ່າກີບ, ມາຮອດປັດຈຸບັນ ສ້າງສຳເລັດແລ້ວ 97,5% ຂອງແຜນການ ແລະ ສືບຕໍ່ກໍ່ສ້າງທາງເບຕົງແຄມຂອງ ແຕ່ບ້ານຂຸນຕາທ່າ-ສີບຸນເຮືອງທົ່ງ ປະກອບມີ 2 ຊ່ອງຈະລາຈອນ, ມີທາງຄົນຍ່າງ, ອອກກຳລັງກາຍ ເປັນທາງຊົມວິວແຄມຂອງ, ມີຄວາມຍາວ 4,4 ກິໂລແມັດ ມູນຄ່າ 1,7 ລ້ານໂດລາ, ກໍ່ສ້າງສຳເລັດ 60% ຂອງແຜນການ ແລະ ຈະໃຫ້ສຳເລັດກ່ອນເປີດກອງປະຊຸມດັ່ງກ່າວ. ສ່ວນເສັ້ນທາງສາຍຫລັກທີ່ຜູ້ແທນຈະເດີນທາງແມ່ນເສັ້ນທາງເລກທີ 13 ເໜືອ, ເຕ2, ສີທອງ, ໂດຍທາງຫ້ອງການ ຍທຂ ເມືອງ ຈະຮ່ວມສົມທົບກັບພະແນກ ຍທຂ ນະຄອນຫລວງ ລົງສຳຫລວດ, ກວດກາ ແລະ ສ້ອມແປງ-ປັບປຸງ ຈຸດທີ່ເປ່ເພ ແລະ ຈຸດກໍ່ສ້າງໃຫ້ສຳເລັດແລ້ວໃຫ້ໃຊ້ໄດ້ຢ່າງສະດວກສະບາຍ, ວ່ອງໄວ.
ນອກຈາກເສັ້ນທາງສາຍຫລັກແລ້ວ ຍັງຈະສຳຫລວດຂຶ້ນແຜນປັບປຸງ,ສ້ອມແປງເສັ້ນທາງເຊື່ອມຕໍ່ຖະໜົນໃຫຍ່ສາຍຫລັກທີ່ຈຳເປັນ 4 ເສັ້ນທາງມີຄວາມຍາວ 13,3 ກິໂລແມັດ ລວມມູນຄ່າ 18,4 ຕື້ກວ່າກີບ. ໃນນີ້ປະກອບມີ ທາງປູຢາງສອງຊັນຄື: ເສັ້ນທາງເລກທີ 13 ເໜືອ ແຕ່ບ້ານນາແຮ່-ສີບຸນຮືອງທົ່ງ ມີຄວາມກວ້າງ 7 ແມັດ, ຍາວ 1,5 ກິໂລແມັດ ມູນຄ່າ 2 ຕື້ກວ່າກີບ, ເສັ້ນທາງ ໂນນຂີ້ເຫລັກ-ຕາດທອງກວ້າງ ກວ້າງ 6ແມັດ, ຍາວ 4,4 ກິໂລແມັດ ມູນຄ່າ 6,2 ຕື້ກວ່າກີບ, ທາງສອງຊັ້ນເສັ້ນແຄມຂອງສີບຸນເຮືອງທ່າບ້ານດ່ານຄຳ ກວ້າງ 6 ແມັດ ຍາວ 3,7 ກິໂລແມັດ ມູນຄ່າ 4,9 ຕື້ກີບ ແລະ ທາງຮ່ອມ 5 ທາງບ້ານໜອງໜ້ຽງ-ວັດຖ້ຳນ້ຳຍ້ອຍ ກວ້າງ 7 ແມັດ ຍາວ 3,7 ກິໂລແມັດ ມູນຄ່າ 5 ຕື້ກວ່າກີບ.