ເທນຮາກ ເຜີຍວິທີລົງໂທດລູກທີມ ຫລັງເສຍໃຫ້ ລິເວີພູລ ແບບບໍ່ເຫລືອໜ້າ
March 7, 2023 - 10:30 AM

ຄູຝຶກ ແມນເຊັສເຕີ ຢູໄນເຕັດ ໄດ້ສັ່ງລົງໂທດລູກທີມທັນທີໃນຕອນເຊົ້າມື້ຕໍ່ມາ ເພື່ອບໍ່ໃຫ້ລືມຄວາມພ່າຍແພ້ຕໍ່ ລິເວີພູລ ແບບງ່າຍດາຍ.
ເອຣິກ ເທນຮາກ ສັ່ງໃຫ້ນັກເຕະນັ່ງຢູ່ນິ້ງໆ ເພື່ອຟັງ ລິເວີພູລ ສະຫລອງໄຊຊະນະເພື່ອເປັນການລົງໂທດ ຫລັງຈາກຄວາມພ່າຍແພ້ທີ່ ແອນຟິວ 7-0 ຢູ່, ອີງຕາມການລາຍງານຈາກ The Mirror.
ທີມຜີສາດແດງປະສົບກັບຄວາມພ່າຍແພ້ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງເກມແດງເດືອດ. ດ້ວຍສະກໍຂາດລອຍທີ່ສຸດເຖິງ 7 ປະຕູ ເຊິ່ງຄູຝຶກຊາວໂຮນລັງບໍ່ພໍໃຈຫລາຍໃນເລື່ອງນີ້.
ນອກນີ້, ເທນຮາກ ຍັງມີການຂົ່ມຂູ່ວ່າຖ້າຫາກເສຍແບບໝົດທາງສູ້ແບບນີ້ອີກ ພວກເຂົາອາດຈະຖືກຈັບໄປຝຶກຊ້ອມກັບທີມ U21 ປີ ແລະ ອາດຈະຕ້ອງສົ່ງໄປປຶກສາກັບນັກຈິດຕະສາດຂອງທີມເພື່ອຈັດການກັບຄວາມອັບອາຍທີ່ເກີດຂຶ້ນ.