ຜັກປອດສານພິດມີຄຸນປະໂຫຍດດີແຕ່ບໍ່ມີທີ່ຈັ້ງ
ໂດຍ: ທິດກໍ່າ
ທິດກໍ່າໄດ້ຕິດຕາມມາຫລາຍປີທີ່ເຫັນຊາວຄ້າຂາຍຜັກປອດສານພິດຍ້າຍໄປໝ້ອງນັ້ນໝ້ອງນີ້ປານຄົນບໍ່ມີທີ່ຈັ້ງ. ຄັນເວົ້າຢ່າງໜຶ່ງຄືພວກຊົນເຜົ່າຕອງເຫລືອງສາມມື້ຍ້າຍເຮືອນສາມເດືອນຍ້າຍບ້ານ. ປັດຈຸບັນ ໂດຍປົກກະຕິແລ້ວທຸກວັນພຸດກັບວັນເສົາຈະເຫັນພາກັນຂາຍຢູ່ສວນສະພັງເລັນຕິດກັບສະໜາມຫລວງ, ໄລຍະສອງສາມປີກ່ອນນັ້ນເຫັນໄປຂາຍຢູ່ສົ້ນສະໜາມຫລວງເບື້ອງໄປທາງສີສັງວອນ, ບາງໄລຍະກໍເຫັນຢູ່ສວນໄຊເສດຖາ ແລະ ຍັງໄດ້ຍ້າຍໄປຂາຍຢູ່ສວນເຈົ້າຟ້າງຸ່ມໃນປັດຈຸບັນ. ສະຫລຸບແລ້ວ ໃນອາທິດໜຶ່ງກໍຕ້ອງໄດ້ຍ້າຍໄປຍ້າຍມາຫລາຍບ່ອນ ເພື່ອເອົາຜະລິດຕະພັນກະສິກໍາຜັກ ແລະ ໝາກໄມ້ທີ່ປອດສານພິດໄປຂາຍໃຫ້ລູກຄ້າຜູ້ມີຈຸດປະສົງຕ້ອງການບໍລິໂພກ.
ຕາມທິດກໍ່າຄິດ, ການທີ່ຍ້າຍໄປຍ້າຍມາຢູ່ແບບນີ້ກໍອາດເນື່ອງມາຈາກຫລາຍຕົ້ນເຫດ ແລະ ຫລາຍປັດໄຈ ເປັນຕົ້ນອັນທີໜຶ່ງແມ່ນບໍ່ທັນມີເນື້ອທີ່ສະເພາະເພື່ອຈະສ້າງເປັນຕະຫລາດອາຫານປອດສານພິດ ເປັນຕົ້ນແມ່ນປະເພດຜັກໝີ່ສີ່ຊອມ ແລະ ໝາກໄມ້ນາໆຊະນິດທີ່ປອດສານເຄມີ ເຊິ່ງເອີ້ນອີກຢ່າງໜຶ່ງວ່າຜະລິດຕະພັນກະສິກໍາສະອາດ ຫລື ກະສິກໍາອິນຊີ. ອັນທີສອງຜະລິດຕພັນປະເພດທີ່ກ່າວມານີ້ມັນຍັງມີອັນຈໍາກັດ ເວົ້າແທ້ບໍ່ທັນສາມາດຜະລິດໄດ້ຢ່າງຫລວງຫລາຍ ແລະ ກວ້າງຂວາງ, ຊ້ຳບໍ່ໜໍາມັນຂ້ອນ ຂ້າງປູກຍາກຜ່ານຫລາຍຂັ້ນຕອນ ແລະ ອັນສໍາຄັນຕ້ອງມີຄວາມອົດທົນໃນການບົວລະບັດຮັກສາ ແລະ ໃສ່ຝຸ່ນຄອກ ໂດຍບໍ່ໃຫ້ສານພິດ ຫລື ສານເຄມີໃດໆເຈືອປົນ. ສ່ວນວ່າອັນທີສາມ ກໍແມ່ນທາງກຸ່ມຜູ້ຜະລິດກະສິກໍາອິນຊີຍັງບໍ່ທັນມີທຶນຮອນພຽງພໍເພື່ອຈະກ້າວສູ່ການຜະລິດເປັນແບບອຸດສາຫະກໍາທັນສະໄໝ. ດັ່ງຕົວຢ່າງໃນສະພາບປັດຈຸບັນມັນຄ້າຍຄືຜະລິດພໍໄດ້ຂາຍລັກສະນະເພິ່ງຕົນເອງກຸ້ມຕົນເອງໄປຕາມຄວາມອາດສາມາດຂອງແຕ່ລະຄົນ ແລະ ແຕ່ລະຄອບຄົວພາຍໃນກຸ່ມການຜະລິດ. ເທົ່າທີ່ທິດກໍ່າເຫັນຕົວຈິງ, ຈໍານວນຄົນທີ່ມາຊື້ຜະລິດຕະພັນກະສິກໍາອິນຊີນັ້ນກໍນັບມື້ຫລາຍຂຶ້ນ, ມີທັງຄົນລາວ ແລະ ຊາວຕ່າງປະເທດ, ເຖິງວ່າມັນມີລາຄາອ່າວແພງລື່ນຕະຫລາດຜັກທົ່ວໄປ ແຕ່ມີບາງມື້ຂາຍພຽງ 2-3 ຊົ່ວໂມງມັນກໍໝົດກ້ຽງເອີດເຕີດ. ຜ່ານການເຫັນສະພາບຕົວຈິງໃນເມື່ອສິນຄ້າປະເພດກະສິກໍາອິນຊີຫາກໄດ້ຂາຍດີ ແລະ ມີຄົນຕ້ອງການບໍລິໂພກຫລາຍຄືແນວນີ້ ເປັນຫຍັງພວກເຮົາບໍ່ພາກັນໃຫ້ຄວາມສໍາຄັນເປັນພິເສດ ເຊິ່ງກ່ອນອື່ນໝົດ ຕາມທິດກໍ່າວ່າຄວນໃຫ້ມີສະຖານທີ່ແນ່ນອນ ແລະ ມາດຕະຖານ ຫລື ອາດຈະຮຽກຊື່ວ່າ: “ຕະຫລາດກະສິກໍາອິນຊີ” ທີ່ມີການກວດກາ ແລະ ຄຸ້ມຄອງຈາກພາກລັດເປັນຢ່າງດີ. ໃນມະຕິຕ່າງໆຂອງພັກ ໂດຍສະເພາະມະຕິ 10 ກໍໄດ້ເນັ້ນໜັກໃນເລື່ອງການສ້າງເສດຖະກິດໄປຕາມທິດພັດທະນາແບບຍືນຍົງ ໃນນີ້ການຜະລິດກະສິກໍາອິນຊີກໍແມ່ນເງື່ອນໄຂໜຶ່ງເພື່ອປະກອບສ່ວນສ້າງພື້ນຖານຂອງເສດຖະກິດແຫ່ງຊາດ ແລະ ການພັດທະນາແບບຍືນຍົງ ໂດຍມີເປົ້າໝາຍຜະລິດສິນຄ້າໃຫ້ໄດ້ຫລາຍຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານເທື່ອລະກ້າວ, ສົ່ງເສີມການຜະລິດແບບຄອບຄົວໃຫ້ກ້າວສູ່ແບບການຮ່ວມມື ແລະ ແບບສະຫະກອນ ຫລື ນິຄົມກະເສດ. ນັ້ນແມ່ນເປົ້າໝາຍ ກໍຄືນະໂຍບາຍຂອງພັກ ແລະ ລັດຖະບານໃນການສ້າງພື້ນຖານເສດຖະກິດຂອງຊາດໃຫ້ໜັກແໜ້ນໝັ້ນຄົງ ແລະ ຍືນຍົງ, ໄປຄຽງຄູ່ກັບພາກສ່ວນເສດຖະກິດອື່ນໆຂອງຊາດ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າໃນອະນາຄົດ ເບິ່ງໃນດ້ານການຜະລິດ ແລະການບໍລິໂພກຂອງຄົນໃນສັງຄົມ ຄວາມຕ້ອງການກໍນັບມື້ເພີ່ມຂຶ້ນ ເພາະໃຜກໍຕ້ອງການບໍລິໂພກອາຫານທີ່ມີຄວາມສະອາດ, ປາສະຈາກສານພິດຕ່າງໆທີ່ມາເຈືອປົນ ແລະ ໃຜກໍຕ້ອງການໃຫ້ຊີວິດອິນຊີຂອງຕົນແຂງແຮງຍືນຍົງໄປຄຽງຄູ່ກັບສັງຄົມທີ່ມີຄວາມສະຫງົບສຸກປອດໄພປອດໃສຂາວສະອາດ.
ທິດກໍ່າວ່າ, ຖ້າຫາກສ້າງເງື່ອນໄຂໃຫ້ເສດຖະກິດດ້ານນີ້ມີການພັດທະນາແລະ ຂະຫຍາຍຕົວຢ່າງແຂງແຮງ ແລະ ມີທີ່ຈັ້ງແນ່ນອນ ຜູ້ບໍລິໂພກກໍຈະພາກັນຫລຸຫລັ່ງທັ່ງເທເຂົ້າໄປຊື້ຢູ່ຕະຫລາດອິນຊີນັບມື້ຫລາຍ. ເມື່ອເປັນດັ່ງວ່ານີ້ຜູ້ປະກອບການກໍຈະມີຖົງຕຶ່ງຂຶ້ນຊັກໄຊ້ ລາຍຮັບຂອງປະເທດຊາດກໍຈະເພີ່ມຂຶ້ນ,ແຕ່ກໍໜ້າເຫັນໃຈ ແລະ ເປັນຫ່ວງນໍາ ເພາະວ່າໃນສະພາບປັດຈຸບັນຕະຫລາດອິນຊີຍັງບໍ່ມີທີ່ຈັ້ງອັນແນ່ນອນຍ້າຍບ່ອນນັ້ນໄປບ່ອນນີ້ປານຄົນຂາດທີ່ເພິ່ງມັນປຽບເໝືອນເພັດຢູ່ໃນຕົມ.