ອິນໂດເນເຊຍ ປະກາດ 3 ບຸລິມະສິດດ້ານເສດຖະກິດໃນປີປະທານ ອາຊຽນ 2023

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ເມື່ອບໍ່ດົນມານີ້, ອິນໂດເນເຊຍໃນຖານະ ເປັນປະທານ ສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ປີ 2023 ປະກາດ 3 ຄາດໝາຍ ເສດຖະກິດ ບຸລິມະສິດ (PED) ໃນຂົງເຂດ ການເງິນ, ເຊິ່ງລວມມີ: ສ້າງຕັ້ງຄືນໃໝ່, ເສດຖະກິດ ດີຈີຕອນ ແລະ ການພັດທະນາ ແບບຍືນຍົງ. ຫລັງຈາກ ທ່ານ Suahasil Nazara, ຮອງລັດຖະມົນຕີ ກະຊວງ ການເງິນ ຂອງອິນໂດເນເຊຍ ໄດ້ຊີ້ແຈ້ງວ່າ: ອິນໂດເນເຊຍ ຢາກສືບຕໍ່ ບັນດາ ບຸລິມະສິດ ຂອງອາຍຸການ ເປັນປະທານ ກຸ່ມບັນດາ ພື້ນຖານ ເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນ ແຖວໜ້າ ຂອງໂລກ(G20)ປີ 2022. ກ່ອນໜ້ານີ້ ພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບ ອັນ ໃຫຍ່ຫລວງ ເຖິງບັນດາ ການເຄື່ອນໄຫວ ດ້ານເສດຖະກິດ. ດັ່ງນັ້ນ, ການສ້າງຕັ້ງ ຄືນໃໝ່ ແມ່ນສິ່ງສຳຄັນ, ໄດ້ປະຕິບັດ ດ້ວຍການຊຸກ ຍູ້ການຟື້ນຟູ, ຮັບປະກັນ ຄວາມ ສະຖຽນ ລະພາບ, ມີຄວາມສາມາດ ຮັບມື ກ່ຽວກັບ ດ້ານເສດຖະກິດ ແລະ ການເງິນ. ບໍ່ພຽງແຕ່ສືບຕໍ່ ຟື້ນຟູເທົ່ານັ້ນ, ຫາກບັນດາ ປະເທດ ຍັງຕ້ອງ ພັດທະນາ ແລະ ຮັກສາ ຄວາມ ສະຖຽນ ລະພາບ ອີກດ້ວຍ.
ພາບຂ່າວ: ຂປລ