ປີຜ່ານມາ ດ່ານສາກົນ ພູດູ່ ເມືອງປາກລາຍ ມີຄົນ ເຂົ້າ-ອອກ 26.763 ຄົນ 15 ສັນຊາດ ແລະ ເກັບລາຍຮັບເຂົ້າງົບປະມານເກີນແຜນ

ທ່ານ ພັທ ຊ້າງ ສຸລິກັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ພູດູ່ ເມືອງປາກລາຍ ແຂວງໄຊຍະບູລີ ລາຍງານໃນກອງປະຊຸມສະຫລຸບວຽກງານຮອບດ້ານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງດ່ານສາກົນ ພູດູ່ ໃນວັນທີ 6 ມີນາ 2023 ວ່າ: ໃນໄລຍະ 1 ປີຜ່ານມາ ດ່ານສາກົນ ພູດູ່ ມາສາມາດສະຫລຸບຄົນເຂົ້າ-ອອກດ່ານໄດ້ທັງໝົດ 26.763 ຄົນ ຍິງ 5.132 ຄົນ, ມີ 15 ສັນຊາດ ຄື: ແຈ້ງຄົນເຂົ້າເມືອງໄດ້ທັງໝົດ 13.571 ຄົນ ຍິງ 2.929 ຄົນ, ມີ 11 ສັນຊາດ, ແຈ້ງຄົນອອກເມືອງ 14.170 ຄົນ ຍິງ 3.017 ຄົນ, ມີ 15 ສັນຊາດ, ມີພາຫານະເຂົ້າອອກເມືອງທັງໝົດ 14.951 ຖ້ຽວ/ຄັນມີ 2 ປະເທດ, ພາຫານະເຂົ້າ ຈຳນວນ 7.907 ຖ້ຽວ/ຄັນ, ມີ 2 ປະເທດ, ພາຫານະອອກ 7.539 ຖ້ຽວ/ຄັນ, ອອກປຶ້ມຜ່ານແດນໄດ້ທັງໝົດ 1.335 ຫົວ. ສ່ວນວຽກງານພາສີ: ໄດ້ເອົາໃຈໃສຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຜູ້ປະກອບການມາບໍລິການສິນຄ້າຜ່ານແດນໃຫ້ມີຄວາມສະດວກວ່ອງໄວດີຂຶ້ນໃນນີ້ໄດ້ສົມທົບຂະແໜງການທີ່ກ່ຽວຂ້ອງປະຈຳຢູ່ດ່ານເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການປີ 2022 ເທົ່າກັບ222.500.000.000 ກີບ, ສາມາດປະຕິບັດໄດ້ 266.678.642.250 ກີບ,ທຽບໃສ່ແຜນການປີໄດ້ 119,86%, ຄ່າຊັກພິເສດໄດ້ 426.633.700 ກີບ, ທຽບໃສ່ແຜນສູ້ຊົນ, ພາສີເຂົ້າ 67.332.259.600 ກີບ, ຄ່າທຳນຽມຄົນເຂົ້າອອກເມືອງໄດ້ 59.470.000 ກີບ, ຄ່າທຳນຽມພາຫານະ-ເຂົ້າອອກ 900.200.000 ກີບ ທຽບໃສ່ສົກປີເພີ່ມຂຶ້ນ, ຄ່າທຳນຽມຄັງແຮນໍ້າມັນ 38.706.174.500 ກີບ, ອາກອນຊົມໃຊ້ ໄດ້ 80.655.502.350 ກີບ, ອາກອນເພີ່ມຈຳນວນ 74.476.414.900 ກີບ, ກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກພະລິດຕະພັນພືດມີຄື: ສາລີ 4.810 ໂຕນ ມູນຄ່າ 577.200 ໂດລາ, ແກນສາລີ 294 ໂຕນ ມູນຄ່າ 2.940 ໂດລາ, ມັນຕົ້ນແຫ້ງ 95.700 ໂຕນ ມູນຄ່າ 10.527.000 ໂດລາ, ກາກມັນຕົ້ນແຫ້ງ 294 ໂຕນ ມູນຄ່າ 8.800 ໂດລາ, ໝາກຕາວ 946 ໂຕນ ມູນຄ່າ 160.820 ໂດລາ, ຂີ່ເລີ່ອຍ 150 ໂຕນ ມູນຄ່າ 5.400 ໂດລາ, ຖົ່ວດິນ 40 ໂຕນ ມູນຄ່າ 12.400 ໂດລາ.
ສຳລັບສິນຄ້ານຳເຂົ້າ ປະກອບມີ: ໝາກໄມ້ລວມ 30.720 ໂຕນ ມູນຄ່າ 19.046,4 ໂດລາ, ປຸຍເຄມີ 97.005 ໂຕນ ມູນຄ່າ 50.500 ໂດລາ, ອາຫານໝູ 97.800 ໂຕນ ມູນຄ່າ 48,900 ໂດລາ, ຫົວອາຫານປາ 147.400 ກິໂລ ມູນຄ່າ 110.550 ໂດລາ, ລູກປານ້ອຍ 20.000 ກິໂລ ມູນຄ່າ 3.000 ໂດລາ, ຂະແໜງອຸດສາຫະກຳແລະການຄ້າ: ໄດ້ເອົາໃຈໃສ່ກວດກາຄຸນນະພາບນໍ້າມັນເຊື້ອໄຟນຳເຂົ້າມີ 4 ບໍລິສັດຈຳນວນບໍລິມາດທັງໝົດ 178.278.032 ລິດໃນນີ້ນຳມັນແອັດຊັງ A 91 ຈຳນວນ 19.855.537 ລິດ, ກາຊວນ ຈຳນວນ 53.916.498 ລິດ, ນຳມັນກາດໃຕ້ ຈຳນວນ 5.106.000 ລິດ, ວຽກງານຂະແໜງສາທາລະນະສຸກ (ອຢ) ໄດ້ເອົາໃຈໃສ່ກວດກາເຝົ້າລະວັງປ້ອງກັນການລະບາດຂອງພະຍາດໂຄວິດ-19, ກວດກາແຈ້ງຜ່ານການນຳເຂົ້າສານເຄມີໃຊ້ໃນຄົວເຮືອນຈຳນວນ 1.450 ກິໂລ ມູນຄ່າ 1.578 ໂດລາ, ກວດກາປະເພດອາຫານເຄື່ອງດື່ມທັງໝົດ 11.875 ກິໂລກຣາມ ມູນຄ່າ 11.864 ໂດລາ.
ດ່ານສາກົນ ພູດູ່ ເປັນຂອບເຂດຄຸ້ມຄອງດ່ານປະກອບມີ 6 ຂະແໜງການຂຶ້ນກັບດ່ານ, ມີ 1 ໜ່ວຍພັກ, ມີສະມາຊິກພັກທັງໝົດ 27 ສະຫາຍ ຍິງ 3 ສະຫາຍ, ວຽກງານ ຕມ ໄດ້ເອົາໃຈໃສ່ກວດກາຄົນເຂົ້າ-ອອກເມືອງ, ປະຈຳການປ້ອງກັນເວນຍາມດ່ານຢ່າງເຂັ້ມງວດຕະຫລອດ 24 ຊົ່ວໂມງ ສາມາດຮັກສາຄວາມປອດໄພ ໄດ້ 100%.