ສະຫລອງບຸນປີໃໝ່ໃຫ້ຮັກສາຮີດຄອງປະເພນີອັນດີງາມຂອງຊາດ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການເລກທີ 230 / ຫສນຍ,ກລຂ ,ລັງວັນທີ 21 ມີນາ 2017 ເຖິງພະນັກງານ-ລັດຖະກອນ, ທະ ຫານ, ຕຳຫລວດ ແລະ ປະຊາ ຊົນບັນດາເຜົ່າໃນຂອບເຂດທົ່ວ ປະເທດ ຊາບທົ່ວເຖິງກັນວ່າ: ການສະເຫລີມສະຫລອງ ວັນບຸນປີໃໝ່ລາວ ພສ 2560 ເປັນປີທີ່ມີຄວາມໝາຍສຳຄັນທີ່ ທົ່ວພັກ,ທົ່ວປວງຊົນລາວສືບ ຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມປະຈຳປີ 2017 ໃຫ້ ປາກົດຜົນເປັນຈິງ ແລະ ໂອກາດ ໃຫ້ຖື ເອົາໂອກາດນີ້ເປັນໂອກາດໜຶ່ງທີ່ສຳຄັນໃນການສືບຕໍ່ເສີມ ຂະຫຍາຍມູນເຊື້ອຮີດຄອງປະ ເພນີອັນດີງາມ ແລະ ຄວາມສາ ມັກຄີປຶກແຜ່ນຂອງຊາດ ແລະ ໃຫ້ຖືເອົາໂອກາດນີ້ອວຍໄຊໃຫ້ ພອນເຊິ່ງກັນ ແລະ ກັນ , ຈັດຕັ້ງ ສະເຫລີມສະຫລອງດ້ວຍບັນ ຍາກາດເບີກບານມ່ວນຊື່ນ,ຖືກ ຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງ ຊາດຕິດພັນກັບການສົ່ງເສີມ ການທ່ອງທ່ຽວ ແລະ ບົນຈິດໃຈ ປະຢັດມັດທະຍັດ.
ປີໃໝ່ລາວປີນີ້ແມ່ນຈະມີຂຶ້ນໃນລະຫວ່າງວັນທີ 14,15 ແລະ 16 ເມສາ (ກົງກັບວັນສຸກ, ວັນ ເສົາ ແລະ ວັນອາທິດ) ຍ້ອນ ວ່າວັນທີ 15 ແລະ 16 ເມສາ ເປັນມື້ວັນເສົາ ແລະ ວັນອາທິດ ເຊິ່ງເປັນມື້ພັກ ວັນລັດຖະການ. ສະນັ້ນ ຈຶ່ງຕົກລົງເຫັນ ດີກຳນົດ ເອົາວັນທີ 13 ແລະ 17 ເມສາ 2017 (ກົງກັບວັນພະ ຫັດ ແລະ ວັນຈັນ) ເປັນວັນພັກຊົດເຊີຍ.
ໃນໂອກາດນີ້ກໍຂໍມອບ ໃຫ້ ກະຊວງອຸດສາຫະກຳແລະການ ຄ້າ, ກະຊວງກະສິກຳ ແລະ ປ່າ ໄມ້, ນະຄອນຫລວງວຽງຈັນ ແລະບັນດາແຂວງໃນຂອບເຂດ ທົ່ວປະເທດເອົາໃຈໃສ່ຊີ້ນຳ, ການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ພຽງພໍກັບ ຄວາມຕ້ອງການຂອງສັງຄົມ ລວມທັງການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ ເພື່ອບໍ່ໃຫ້ ມີການສວຍໂອກາດຂຶ້ນລາຄາ ສິນຄ້າ ແລະ ສະບຽງອາຫານ ໂດຍບໍ່ມີເຫດຜົນ ແລະ ມອບໃຫ້ ບັນດາກະຊວງ, ອົງການຈັດຕັ້ງ ທຽບເທົ່າກະຊວງ ແລະ ທ້ອງ ຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນຳໃນການຮັກສາ ຄວາມສະຫງົບປອດໄພ ແລະ ຄວາມເປັນລະ ບຽບຮຽບຮ້ອຍ ໃນສັງຄົມ ໂດຍໃຫ້ມີການແບ່ງ ຄວາມຮັບຜິດຊອບໃນການຕິດ ຕາມ, ກວດກາ ເວນຍາມ ແລະ ປະຈຳການຄັກແນ່ ເພື່ອປ້ອງກັນ ສຳນັກງານອົງການຕະຫລອດ ໄລຍະ ຫລິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດ ປະສານງານໄດ້ ຢ່າງເປັນປົກກະຕິ, ມອບໃຫ້ກະ ຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິ ການ ແລະ ຂົນສົ່ງ, ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ້ອງຖິ່ນເພື່ອຈັດສັນແລະ ອຳນວຍຄວາມ ສະດວກ ໃນການສັນຈອນໄປ- ມາໃຫ້ມີຄວາມປອດໄພ ແລະ ໃຫ້ ເພີ່ມທະວີການໂຄສະນາເພື່ອ ສ້າງຈິດສຳນຶກໃຫ້ ພົນລະເມືອງ ໃນທົ່ວສັງຄົມເຄົາລົບກົດລະ ບຽບຈະລາຈອນເພື່ອປ້ອງກັນ ການເກີດອຸບັດຕິເຫດ ແລະ ເພີ່ມທະວີການໂຄສະນາ ແລະ ປະຊາ ສຳພັນໃຫ້ປະຊາຊົນ ໃນ ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບການ ສະຫລອງບຸນປີໃໝ່ປະຈຳຊາດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະ ທຳ, ຮີດຄອງປະເພນີອັນດີ ງາມຂອງ ຊາດ ເຊິ່ງໃນຜ່ານ ມາຍັງປະກົດມີໃຫ້ເຫັນໃນສິ່ງ ທີ່ຍັງບໍ່ສອດຄ່ອງເຊັ່ນ: ການນຸ່ງ ຖືຂອງໄວໜຸ່ມຍິງ-ຊາຍ, ຂ້ອນ ຂ້າງມີລັກສະນະນຸ່ງໜ້ອຍ, ນຸ່ງ ນ້ອຍ, ນຸ່ງເຂີນ, ອັນເປັນການ ຍົວະຍວນ ແລະ ຮ້າຍແຮງ ໄປ ກວ່ານັ້ນ ມີບາງຄົນໃນການເຂົ້າວັດສົງພະສົງເຈົ້າກໍມີການປະ ພຶດທີ່ບໍ່ສອດຄ່ອງກັບຮີດຄອງ ປະເພນີ, ບາງຜ່ອງແຕ້ມໜ້າ ແຕ້ມຕາ, ຜູ້ຍິງສັກລາຍຜູ້ຊາຍ ບ່ອງຫູ, ຕັ້ງວົງກິນດື່ມເຮຮາ, ເປີດເພງທີ່ບໍ່ແມ່ນຂອງຊາດຕົນ ເຕັ້ນເຢາະ ເຕີນຢ່ອງເບິ່ງແລ້ວ ບໍ່ຄ່ອຍໂສພາ ແລະ ບໍແມ່ນວັດ ທະນະທຳເຮົາທັງເປັນການຟຸມ ເຟືອຍສິນເປືອງວັດຖຸເງິນຄຳ ແລະ ອື່ນໆຍັງມີແຜ່ຫລາຍໃນຕົວເມືອງໃຫຍ່ຕ່າງໆ. ໃນຈຸດ ນີ້ຂະແໜງກ່ຽວຂ້ອງ ແລະ ອຳນາດການ ປົກຄອງທຸກຂັ້ນຈະ ຕ້ອງໄດ້ເປັນເຈົ້າການແນະນຳຕັກເຕືອນ, ເພື່ອເຮັດແນວໃດ ໃຫ້ການສະຫລອງປີໃໝ່ລາວ ເຮົາເປັນຈຸດໂດດເດັ່ນໃນການ ດຶງດູດແຂກຄົນເຂົ້າມາທ່ຽວ ລາວຫລາຍຂຶ້ນ.