ຮອງນາຍົກລັດຖະມົນຕີ ກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດ
March 9, 2023 - 8:00 AM

ໃນວັນທີ 6 ມີນາ 2023, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະ ດັບສູງ ອົງການສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ນະຄອນຫລວງໂດຮາ, ປະເທດກາ ຕາ ເຊິ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ: ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດ ທະນາໃນທົດສະຫວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າ ແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດ ດ້ອຍພັດທະນາ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຫລາຍກວ່າປະເທດອື່ນໆ ຈາກການລະບາດຂອງພະຍາດໂຄ ວິດ-19 ກໍຄື ວິກິດການດ້ານຕ່າງໆ ເຊິ່ງໄດ້ຊ້ຳເຕີມຄວາມບອບບາງທາງດ້ານໂຄງສ້າງ, ຂີດຄວາມສາມາດດ້ານການ ຜະລິດທີ່ຈຳກັດ ແລະ ຄວາມທຸກຍາກທີ່ມີຢູ່ແລ້ວຕື່ມອີກ. ການຮັບຮອງເອົາແຜນດໍາເນີນງານ ໂດຮາ ວ່າດ້ວຍປະ ເທດດ້ອຍພັດທະນາ ເປັນຂີດໝາຍທີ່ສຳຄັນ ສຳລັບວົງຄະນາຍາດສາກົນໃນການຊ່ວຍເລືອປະເທດດ້ອຍພັດທະນາ ໃຫ້ຟື້ນຟູໂດຍໄວຈາກຜົນກະທົບຂອງພະຍາດໂຄວິດ-19, ສ້າງຄວາມເຂັ້ມແຂງທົນທານຕໍ່ກັບວິກິດການ ທີ່ອາດຈະ ເກີດຂຶ້ນໃນອະນາຄົດ, ລຶບລ້າງຄວາມທຸກຍາກ ແລະ ບັນລຸການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ.
ຕໍ່ບັນຫາດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງເພີ່ມທະວີ ຄວາມພະຍາຍາມໃນການປະຕິບັດຕາມຄໍາໝາຍໝັ້ນທີ່ໃຫ້ໄວ້ ໃນແຜນດຳເນີນງານໂດຮາ ໃຫ້ທັນການ, ມີປະສິດທິ ຜົນ ແລະ ເປັນຮູບປະທໍາ ແລະ ໃຫ້ມີມາດຕະການສະໜັບສະໜູນຈາກສາກົນໃຫ້ຫລາຍກວ່າເກົ່າ ພ້ອມທັງຮັດ ແໜ້ນການເປັນຄູ່ຮ່ວມມື ເພື່ອໃຫ້ປະເທດດ້ອຍພັດທະນາ ສາມາດຫັນປ່ຽນທ່າແຮງຂອງປະເທດ ໃຫ້ກາຍເປັນ ຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາໄປພ້ອມກັນກັບນາໆປະເທດ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນ ຕີ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການຫລຸດພົ້ນອອກຈາກ ສະຖານະພາບປະ ເທດດ້ອຍພັດທະນາໄດ້ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ພ້ອມທັງໄດ້ຮຽກຮ້ອງສາກົນສືບຕໍ່ການຮ່ວມມື, ສະໜັບສະໜູນໃນໄລຍະການຂ້າມຜ່ານ ແລະ ພາຍຫລັງການຫລຸດພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດ ທະນາ ຂອງ ສປປ ລາວ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ອອດສ໌ກາ ເຟີແນນເດສ-ທາຣັນໂກ (Oscar Fernandez-Taranco), ຜູ້ຊ່ວຍເລຂາທິການໃຫ່ຍ ອົງການ ສປຊ ທີ່ຮັບຜິດຊອບການປະສານງານ ດ້ານການພັດທະນາ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງ ອົງການ ສປຊ ໂດຍສະເພາະຫ້ອງການຜູ້ປະສານງານ ອົງການ ສປຊ ປະຈຳປະເທດ ເພື່ອຊ່ວຍປະສານງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງບັນດາ ອົງການເຄື່ອຂ່າຍ ສປຊ ໃຫ້ມີຄວາມກົມກຽວ ມີປະສິດທິພາບ ແລະ ສອດຄ່ອງກັບບູລິມະສິດດ້ານການພັດທະນາ ຂອງລັດຖະບານ ລວມທັງການສະໜັບສະໜູນການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນຕໍ່ ໜ້າ.