ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້

ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - 7f18952d ac9f 45f5 af04 82061db1b7ed - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້
ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - kitchen vibe - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້

ວັນທີ 7 ມີນາ 2023 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພ້ອມດ້ວຍຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາພະແນກການອ້ອມຂ້າງແຂວງ, ການນຳເມືອງທັງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ไม่มีคำอธิบาย ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - 331265538 659452642618874 1328771471725307647 n - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້

ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - Visit Laos Visit SALANA BOUTIQUE HOTEL - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້
ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - Visit Laos Visit SALANA BOUTIQUE HOTEL - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້

ທ່ານ ນະລົງສອນ ຈັນທະບຸນລີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ຊຶ່ງໃນໄລຍະຜ່ານມາໄດ້ຕິດຕາມຊຸກຍູ້ໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ຜະລິດຢ່າງເປັນທາງການ ພາຍໃນແຂວງໄຊສົມບູນ ມີທັງໝົດ 8 ໂຄງການ, ໂຄງການທີ່ເຊັນສັນຍາສຳປະທານ CA ມີ 8 ໂຄງການ, ໂຄງການທີ່ກຳລັງສຶກສາ-ສຳຫລວດ ມີ 6 ໂຄງການ;

ການຜະລິດ-ການຈຳໜ່າຍ ແລະ ນຳເຂົ້າກະແສໄຟຟ້າ ພາຍໃນແຂວງ ສາມາດຮັບພະລັງງານທັງໝົດ 2 ຕື້ກວ່າ ກິໂລວັດໂມງ (KWH),  ແລະ ພະລັງງານທີ່ຕົກເຮ່ຍໃນລະບົບ 42 ລ້ານກວ່າ ກິໂລວັດໂມງ (KWH), ຕິດຕາມຊຸກຍູ້ໂຄງການພັດທະນາຊຸມຊົນທົ່ວແຂວງ ມີ 4 ບໍລິສັດ 5 ໂຄງການ;

ການຊົມໃຊ້ພະລັງງານລູກຄ້າລາຍໃຫຍ່ ມີທັງໝົດ 383 ລ້ານກວ່າ ກິໂລວັດໂມງ (KWH) ຄິດເປັນເງິນ ເທົ່າກັບ 259 ລ້ານກວ່າກີບ ແລະ ການຊົມໃຊ້ໄຟຟ້າທົ່ວແຂວງ ໄດ້ຊົມໃຊ້ທັງໝົດ 5 ເມືອງ 89 ບ້ານ, ໄດ້ຊົມໃຊ້ໄຟຟ້າ 15.203 ຄອບຄົວ ໃນນັ້ນ: ຄອບຄົວທີ່ມີໝໍ້ນັບໄຟ ຈຳນວນ 14.831 ຄອບຄົວ ຊົມໃຊ້ໄຟຟ້າຮ່ວມກັນກັບຄອບຄົວອື່ນມີ 372 ຄອບຄົວ ແລະ ຄອບຄົວທີບໍ່ມີໄຟຟ້າໃຊ້ 220 ຄອບຄົວ, ສຳລັບການເກັບລາຍຮັບ ໄດ້ທັງໝົດ 33 ຕື້ 306 ລ້ານກວ່າກີບ ລາຍຈ່າຍທັງໝົດ 33 ຕື້ 932 ລ້ານກວ່າກີບ ແລະ ຄວາມດຸນດ່ຽງເທົ່າ 625 ລ້ານກວ່າກີບ.

ไม่มีคำอธิบาย ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - 334950436 741043574039815 8028630403858530207 n - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້

ພາບຂ່າວ: ແຂວງໄຊສົມບູນ

 

ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - 5 - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້
ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - 4 - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້
ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້ - 3 - ແຂວງໄຊສົມບູນ ຍັງມີ 220 ຄອບຄົວ ບໍ່ມີໄຟຟ້າໃຊ້