ການພັກນອນຕອນສວາຍ ສາມາດເພີ່ມປະສິດທິພາບ ໃນການເຮັດວຽກໃຫ້ອອກມາດີກວ່າເກົ່າໄດ້
March 8, 2023 - 4:29 PM

ເລື່ອງນີ້ຫົວໜ້າຕ້ອງຮູ້ ອາດຊ່ວຍໃຫ້ວຽກມີປະສິດທິພາບເພີ່ມຂຶ້ນໄດ້, ການສຶກສາພົບວ່າການນອນຕອນສວາຍຊ່ວຍເພີ່ມປະສິດທິພາບໃນການເຮັດວຽກໄດ້ ຫລື ນ້ອງນັກຮຽນ, ນັກສຶກສາ ຖ້າໄດ້ພັກຜ່ອນຕອນສວາຍ 15-20 ນາທີກໍຊ່ວຍເພີ່ມປະສິດທິພາບການຮຽນໄດ້ເຊັ່ນດຽວກັນ
.
ການພັກຜ່ອນນັ້ນເປັນເລື່ອງປົກກະຕິຂອງຮ່າງກາຍມະນຸດ ເພາະຈັງຫວະການເຕັ້ນຂອງຫົວໃຈຈະມີຄວາມຕື່ນຕົວໃນຕອນສວາຍ ເລີຍເຮັດໃຫ້ເກີດອາການຢາກນອນ, ຂໍພຽງແຕ່ໄດ້ພັກຜ່ອນສາຍຕາ ແລະ ສະໝອງເລັກໜ້ອຍກໍຈະຊ່ວຍໃຫ້ສະໝອງຕື່ນຕົວຂຶ້ນໄດ້ ລວມທັງການຮັບຮູ້ດີຂຶ້ນ ສົ່ງຜົນໃຫ້ການເຮັດວຽກດີຂຶ້ນອີກດ້ວຍ.