ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້.

ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້. - bvnbnvnbn1 e1678267977176 - ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້.
ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້. - kitchen vibe - ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້.

ແມ່ນຢູ່ວ່າຜັກມີປະໂຫຍດຕໍ່ຮ່າງກາຍ, ແຕ່ຜັກບາງຊະນິດຫາກກິນດິບກໍບໍ່ດີ ທັງຍັງສົ່ງຜົນຮ້າຍຕໍ່ສຸຂະພາບຕາມມານຳອີກ.

  1. ຜັກກະລໍ່າ : ກ່ອນກິນຕ້ອງປຸງແຕ່ງໃຫ້ສຸກກ່ອນ ເພາະຫາກກິນຜັກກະລໍ່າດິບໃນປະລິມານຫລາຍ ສານອັອກຊາເລດ ໃນຜັກກະລໍ່າຈະໄປຈັບກັບທາດການຊຽມຢູ່ໝາກໄຂ່ຫລັງ ຈົນກາຍເປັນສານການຊຽດອັອກຊາເລດ ເຊິ່ງຫາກສີສານນີ້ຢູ່ໝາກໄຂ່ຫລັງຫລາຍໆ ກໍອາດເປັນສາເຫດເຮັດໃຫ້ສ່ຽງເປັນພະຍາດໝາກໄຂ່ຫລັງໄດ້.
  2. ໝາກຖົ່ວຍາວ : ເປັນພືດທີ່ປົນເປື້ອນຢາຂ້າແມງໄມ້ສູງຫລາຍ ດັ່ງນັ້ນຫາກກິນຖົ່ວຍາວດິບໆທີ່ມີການປົນເປື້ອນສານພິດເຂົ້າໄປຈະເຮັດໃຫ້ເກີດອາການປຸ້ນທ້ອງປວດຮາກ ຫລື ຖອກທ້ອງໄດ້. ຫາກຈະກິນຄວນລ້າງ ແລະ ແຊ່ນຳ້ປະໄວ້ຢ່າງໜ້ອຍ 5 – 10 ນາທີ ເພື່ອຫລຸດປະລິມານສານເຄມີທີ່ປົນເປື້ອນ.
  3. ໜໍ່ໄມ້ດິບ : ມີສານໄຊຢາໄນ ໃນປະລິມານຫລາຍ ເຊິ່ງເປັນພິດຕໍ່ຮ່າງກາຍ ຖ້າໄດ້ຮັບສານນີ້ເຂົ້າໄປໃນປະລິມານຫລາຍ ອາດເຮັດໃຫ້ເກີດອັນຕະລາຍເຖິງຂັ້ນເສຍຊີວິດໄດ້ ກ່ອນເອົາໜໍ່ໄມ້ມາກິນ ຄວນເອົາໄປຕົ້ມໃຫ້ຟົດກ່ອນ ໃຊ້ເວລາດົນເກີນ 10 ນາທີ ຈຶ່ງຈະປອດໄພຕໍ່ຮ່າງກາຍຫລາຍທີ່ສຸດ ເພາະຄວາມຮ້ອນຈະຊ່ວຍກະຈັດສານພິດລົງໄດ້.
  4. ຜັກກະລໍ່າດອກ : ມີສານກອຍໂຕຣເຈນ ສາມາດຂັດຂວາງບໍ່ໃຫ້ຮ່າງກາຍໃຊ້ໄອໂອດີນໄດ້ຢ່າງເຕັມທີ່ ໃນຜັກກະລໍ່າດອກຍັງມີຮໍໂມນບາງຊະນິດທີ່ກະຕຸ້ນໃຫ້ເກີດພະຍາດໄທຣອຍໄດ້ນຳ.
  5. ຖົ່ວງອກ : ອາດມີເຊື້ອຈຸລິນຊີ ຫລື ສານຟອກຂາວປົນເປື້ອນໄດ້ ແລະ ຍັງມີໄຟເຕດສູງ ໂດຍໄຟເຕດຈະເຂົ້າໄປຈັບແຮ່ທາດບາງຊະນິດທີ່ຢູ່ໃນອາຫານ ເຮັດໃຫ້ຮ່າງກາຍຂາດແຮ່ທາດໄດ້. ສະນັ້ນກ່ອນເອົາມາກິນຄວນປຸງແຕ່ງໃຫ້ສຸກດີສາກ່ອນ.
  • ແນວໃດກໍຕາມ ເພື່ອຄວາມປອດໄພຂອງຕົວເຮົາເອງ ການກິນອາຫານທີ່ປຸງແຕ່ງສຸກໃໝ່ໆນັ້ນດີທີ່ສຸດ ແລະ ຍັງໝັ້ນໃຈໄດ້ວ່າຜັກທີ່ເຮົາກິນເຂົ້າໄປນັ້ນຖືກກຳຈັດເຊື້ອພະຍາດດ້ວຍຄວາມຮ້ອນໄປໝົດແລ້ວ, ເລືອກກິນບາງຢ່າງແບບດິບໃຫ້ໜ້ອຍລົງ ເພື່ອສຸຂະພາບທີ່ແຂງແຮງສົມບູນຂຶ້ນ.
ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້. - 5 - ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້.
ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້. - Visit Laos Visit SALANA BOUTIQUE HOTEL - ຜັກ 5 ຊະນິດກິນດິບຫລາຍ ອັນຕະລາຍຕໍ່ຮ່າງກາຍໄດ້.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!