ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.

ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. -                                                9 - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.
ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. - kitchen vibe - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.

ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. -                                                9 - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.

ຈອນ ດັບເບິລຢູ ເຮນຣີ ເຈົ້າຂອງທີມ ລີເວີພູລ ຢືນຢັນວ່າ ພວກເຂົາຍັງມີນະໂຍບາຍໃນການໃຊ້ງົບເສີມທີມແບບສົມເຫດສົມຜົນ ພ້ອມຍັງມີຄວາມມຸ້ງຫມັ້ນກັບສະໂມສອນຢ່າງເຕັມທີ່.

ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. - Visit Laos Visit SALANA BOUTIQUE HOTEL - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.
ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. - Visit Laos Visit SALANA BOUTIQUE HOTEL - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.

ເຟນເວ ສະປອດ ກຣຸບ (FSG) ກຸ່ມທຶນເຈົ້າຂອງທີມລີເວີພູລ ທີ່ມີ ຈອນ ດັບເບິລຢູ ເຮນຣີ ມະຫາເສດຖີຊາວອາເມຣິກາ ເປັນຜູ້ນຳ ຖືກວິຈານຢ່າງຫນັກວ່າ ບໍ່ຄ່ອຍສະໜັບສະໜູນໃນການເສີມທີມໃຫ້ກັບ ເຈີເກັນ ຄລອບ ຫລາຍ.

ໂດຍສະເພາະໃນໄລຍະຕະຫລາດລະດູການທີ່ຜ່ານມາເຊິ່ງຫລາຍຄົນເບິ່ງວ່າ ລີເວີພູລ ຄວນໄດ້ຜູ້ຫລິ້ນໃນຕຳແໜ່ງກອງກາງລະດັບທັອບມາເສີມເກ່ັງ ສຸດທ້າຍກໍບໍ່ມີການເຊັນສັນຍາເຊິ່ງສົ່ງຜົນໃຫ້ຕໍ່ຜົນງານໃນທີມໂດຍກົງໃນລະດູການນີ້.

ແນວໃດກໍຕາມຫລ້າສຸດ ເຮນຣີ ເຊິ່ງກ່ອນໜ້ານີ້ຢືນຢັນວ່າຈະບໍ່ຂາຍສະໂມສອນໃຫ້ສຳພາດກັບ ລີເວີພູລ ເອັກໂຄ ວ່າ ລາວຍັງມີນະໂຍບາຍໃນການເສີມແບບບໍ່ເກີນຕົວ ແລະ ຍັງຄົງມຸ່ງຫມັ້ນກັບສະໂມສອນເຕັມລະຫວ່າງຂັ້ນຕອນການຖ້າຜູ້ຮ່ວມລົງທຶນໃຫມ່ : “ ໃນຂະນະທີ່ເຮົາກຳນົດຂະບວນການຢ່າງເປັນທາງການເພື່ອລະບຸນັກລົງທຶນທີ່ມີສັກກາຍະພາບສຳລັບສະໂມສອນ ເຮົາຍັງຄົງມຸ່ງຫມັ້ນຢ່າງເຕັມທີ່ເພື່ອຄວາມສຳເລັດໃນໄລຍະຍາວຂອງສະໂມສອນ ”.

“ ເປັນແບບນີ້ຕັ້ງແຕ່ມື້ທຳອິດໃນປີ 2010 ຄວາມພະຍາຍາມຂອງເຮົາທຸກມື້ຍັງຄົງເນັ້ນໄປທີ່ຄວາມມຸ່ງຫມັ້ນຂອງສະໂມສອນໃນໄລຍະຍາວ ແລະ ຄວາມສາມາດໃນການແຂ່ງຂັນຂອງສະໂມສອນ ການລົງທຶນໃນສະໂມສອນບໍ່ໄດ້ມີໄວ້ສຳລັບໄລຍະສັ້ນ ວິທີການນີ້ປະສົບຄວາມສຳເລັດໃນໄລຍະຍາວດ້ວຍຄວາມອົດທົນທີ່ຈຳເປັນຄັ້ງຄາວ ”.

“ ສຳລັບສະໂມສອນ ລີເວີພູລ ຄວາມມຸ້ງຫມັ້ນຂອງເຮົາຍັງຄົງແຂງແກ່ນທີ່ເຄີຍ ມຸ່ງຫມັ້ນທີ່ຈະຮັກສາປະຫວັດສາດອັນຍິ່ງໃຫຍ່ຂອງສະໂມສອນ ແລະ ມຸ້ງຫມັ້ນທີ່ຈະສ້າງປະຫວັດສາດໃຫມ່ໃນແບບທີ່ຜູ້ສະໜັບສະໜູນຂອງເຮົາພາກພູມໃຈ ”.

“ ໃນຂະນະດຍວກັນ ເຮົາຍັງຄົງລົງທຶນໃນສິ່ງອຳນວຍຄວາມສະດວກໃນການຝຶກຊ້ອມ, ອັດສະຈັັນຫລັກ ແລະ ອັດສະຈັນຝັ່ງ ແອນຟິລ ໂຣດ ໃນປັດຈຸບັນ ທັງຫມົດນີ້ເປັນພາບສະທ້ອນຂອງຄວາມມຸ້ງຫມັ້ນຂອງເຮົາ ແລະ ຄວາມຈິງຈັງຂອງ ເຟນເວ ສະປອດ ກຣຸບ ທີ່ເຮົາຜິດຊອບຕໍ່ສະໂມສອນທີ່ຍິ່ງໃຫຍ່ແຫ່ງນີ້ ”.

ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. - 3 - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.
ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. - 5 - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.
ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ. - 4 - ເນັ້ນຄວາມຢັ້ງຢືນ ເຈົ້າຂອງທີມ ລີເວີພູລ ຢືນຢັນບໍ່ໃຊ້ງົບເສີມທີມແບບເກີນຕົວ.