ບັງກະລາເທດກ່າວຫາມຽນມາ ຝັງລະເບີດຢູ່ຕາມຊາຍແດນ
ບັງກະລາເທດກ່າວຫາກອງທັບມຽນມາຝັງລະເບີດຢູ່ຕາມຊາຍແດນທ່ີຕິດກັນ, ຂະນະທີ່ລັດຖະບານມຽນມາຜະເຊີນແຮງກົດດັນເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກສະຖານະການສູ້ຮົບຮຸນແຮງເທື່ອໃໝ່ຢູ່ລັດຍະໄຂ່ ທີ່ມີຜູ້ເສຍຊີວິດຫລາຍກວ່າ 400 ຄົນ ແລະ ຊາວໂຣຮິນຈາ 1,2 ແສນຄົນຕ້ອງລີ້ໄພ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ໃນວັນທີ 6 ກັນຍາ ໂດຍອ້າງຈາກແຫລ່ງຂ່າວໃນກອງກຳລັງລາດຕະເວນຊາຍແດນຂອງບັງກະລາເທດວ່າ: ໃນອາທິດຜ່ານມາ ກອງທັບມຽນມາຝັງລະເບີດຈຳນວນຫລາຍຕາມຊາຍແດນທາງຕາເວັນຕົກ ເຊິ່ງຕິດກັບພາກຕາເວັນອອກຂອງບັງກະລາເທດ ເຊິ່ງມີໄລຍະທາງປະມານ 217 ກິໂລແມັດ ແລະ ມີພຽງຮົ້ວໜາມຂວາງກັ້ນເທົ່ານັ້ນ. ສ່ວນແຫລ່ງຂ່າວຢູ່ກະຊວງການຕ່າງປະເທດຂອງບັງກະລາເທດເປີດເຜີຍວ່າ: ຈະມີການຮ້ອງຮຽນຢ່າງເປັນທາງການໄປຫາລັດຖະບານມຽນມາ.
ຂະນະທີ່ທ່ານ ຊໍ ເຕ ໂຄສົກລັດຖະບານມຽນມາ ກ່າວເຖິງຂໍ້ກ່າວຫາດັ່ງກ່າວຂອງບັງກະລາເທດວ່າ: ຂໍໃຫ້ມີການລະບຸຈຸດຂອງບໍລິເວນທີ່ມີການຝັງລະເບີດຢ່າງຈະແຈ້ງ ແລະ ມີໃຜແດ່ສາມາດເຂົ້າເຖິງພື້ນທີ່ບ່ອນນັ້ນໄດ້ ແລະ ສາມາດໝັ້ນໃຈໄດ້ແນວໃດວ່າຜູ້ທີ່ນຳລະເບີດໄປຝັງໄວ້ບໍ່ແມ່ນກຸ່ມກໍ່ການຮ້າຍ ໂດຍມີລາຍງານຜູ້ລີ້ໄພຊາວໂຣຮິນຈາຢ່າງໜ້ອຍ 2 ຄົນໄດ້ຮັບບາດເຈັບຈາກການຢຽບລະເບີດ ລະຫວ່າງພະຍາຍາມຂ້າມຊາຍແດນໄປບັງກະລາເທດ ເພື່ອຫລົບໜີສະຖານະການສູ້ຮົບຮຸນແຮງຄັ້ງໃໝ່ຢູ່ລັດຍະໄຂ່ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 400 ຄົນ ນັບແຕ່ວັນທີ 25 ສິງຫາຜ່ານມາ ແລະ ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ຕີລາຄາຈຳນວນຜູ້ລີ້ໄພຊາວໂຣຮິນຈາເທື່ອໃໝ່ເພີ່ມຂຶ້ນຫລາຍກວ່າ 1,2 ແສນຄົນແລ້ວ.