ນັກສຶກສາລາວໄດ້ຮັບທຶນໄປຮຽນຕໍ່ຢູ່ອົດສະຕຣາລີ ຫລາຍກວ່າ 1500 ຄົນ ພ້ອມມີການຊ່ວຍເຫລືອຫລາຍດ້ານ

ໃນວັນທີ 9 ມີນາ 2023, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານ ໂພລ ແຄລີ ເອກອັກຄະຣາຊະທູດ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ເພື່ອແລກປ່ຽນຄໍາຄິດຄໍາເຫັນໃນແຜນການຮ່ວມມືໃນຕໍ່ໜ້າ.
ໃນໄລຍະຜ່ານມາ ການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຈັດຢູ່ໃນອັນດັບຕົ້ນໆ ຂອງປະເທດທີ່ໃຫ້ການຊ່ວຍເຫລືອສອງຝ່າຍ. ແຕ່ລະປີ ອົດສະຕຣາລີ ໃຫ້ທຶນການສຶກສາ ສໍາລັບນັກຮຽນ ທັງພາກລັດ ແລະ ພາກເອກະຊົນ ຈໍານວນ 30 ທຶນ ເພື່ອໄປຮຽນຢູ່ອົດສະຕຣາລີ, ເຊິ່ງມາຮອດປັດຈຸບັນ ມີຜູ້ໄດ້ຮັບທຶນທັງໝົດຫລາຍກວ່າ 1500 ຄົນ. ນອກນັ້ນ, ຍັງໄດ້ສົ່ງອາສາສະໝັກມາຊ່ວຍວຽກບາງ ຂະແໜງການ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄລຍະສັ້ນ 3 ເດືອນ ເຖິງ 2 ປີ ປະມານ 30 ຄົນຕໍ່ປີ.
ກົນໄກການຊ່ວຍເຫລືອ ຂອງ ອົດສະຕຣາລີ ສໍາລັບ ສປປ ລາວ ແມ່ນຜ່ານ ລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ ສັງກັດລັດ, ສະຖາບັນການເງິນສາກົນ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ: ທະນາຄານໂລກ, ທະນາຄານພັດທະນາອາຊີ, ອົງການອາຫານໂລກ, ອົງການອະນາໄມໂລກ, ອົງການສະຫະປະຊາຊາດ ເພື່ອຊ່ວຍເຫລືອເດັກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ອື່ນໆ. ໂຄງການທີ່ຕິດພັນກັບກະຊວງການເງິນ ໃນປັດຈຸບັນແມ່ນມີວຽກງານການຄຸ້ມຄອງການເງິນພາກລັດ (PFM), ເຊິ່ງ DFAT ເຫັນດີສະໜອງທຶນ TA ມູນຄ່າເບື້ອງຕົ້ນ 4 ລ້ານໂດລາ ອົດສະຕຣາລີ ໂດຍຜ່ານກົນໄກກອງທຶນຄຸ້ມຄອງການເງິນແບບຄອບຄຸມໃໝ່ (new Financial Management Umbrella Trust Fund mechanism) ໃຫ້ກະຊວງການເງິນ ເພື່ອສືບຕໍ່ນຳໃຊ້ເຂົ້າໃນ ວຽກງານ PFM. ຈຸດປະສົງຂອງ TA ແມ່ນເພື່ອສືບຕໍ່ສະໜັບສະໜູນວຽກງານ PFM ໃຫ້ມີຄວາມສະຖຽນລະພາບ ຕາມຍຸດທະສາດພັດທະນາການເງິນພາກລັດ ປີ 2025 ແລະ ວິໄສທັດປີ 2030, ພ້ອມທັງເປັນການສະໜັບສະໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 9 ແລະ ວຽກງານອື່ນໆ ເປັນຕົ້ນ.
ການຊ່ວຍເຫລືອຂອງລັດຖະບານອົດສະຕຣາລີ ແມ່ນໄດ້ກໍານົດຢູ່ໃນແຜນຍຸດທະສາດຮ່ວມມື ລະຫວ່າງ ສປປ ລາວ ອົດສະຕຣາລີ ເປັນແຕ່ລະໄລຍະ, ເຊິ່ງກ່ອນຈະຈັດຕັ້ງປະຕິບັດແຜນງານຕົວຈິງ ທາງອົດສະຕຣາລີ ແມ່ນໄດ້ສົ່ງຊ່ຽວຊານມາຂຽນ ແລະ ວິໄຈໂຄງການລະອຽດ ໂດຍສົມທົບກັບຝ່າຍລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ມີສ່ວນກ່ຽວຂ້ອງ ແລ້ວຈຶ່ງເຊັນສັນຍາການຈັດຕັ້ງປະຕິບັດ. ການຊ່ວຍເຫລືອແມ່ນສອດຄ່ອງ ຕາມແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ເປັນການຊ່ວຍເຫລືອ ທີ່ມີຄວາມສໍາຄັນ, ທຶນຊ່ວຍເຫລືອກໍເພີ່ມຂຶ້ນເປັນລໍາດັບ ແລະ ມີປະສິດທິຜົນສົມຄວນ, ເຊິ່ງມີຜົນໂດຍກົງຕໍ່ກັບການປັບປຸງຍົກລະດັບຊີວິດ ການເປັນຢູ່ຂອງ ປະຊາຊົນຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດຢູ່ເຂດຊົນນະບົດ ແລະ ເຂດຫາງໄກສອກຫລີກ.
ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ມີການປຶກສາຫາລືແລກປ່ຽນກັນຫລາຍບັນຫາ ທີ່ຈະໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດຕາມແຜນວຽກງານທີ່ໄດ້ກໍານົດ ໃຫ້ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.