ແມນຢູ ສ້າງສະຖິຕິຄວ້າໄຊຫລາຍທີ່ສຸດໃນເວລານີ້ ເຫນືອກວ່າທີມດັງໃນ 5 ລີກຢູໂຣບ

ເໜືອກວ່າທຸກສະໂມສອນໃນ 5 ລີກໃຫຍ່ຂອງທະວີບຢູໂຣບສຳລັບ ແມນເຊສເຕີ ຢູໄນເຕັດ ທີ່ສ້າງສະຖິຕິຄວ້າໄຊຊະນະຫລາຍທີ່ສຸດໃນເວລານີ້ ໂດຍທີ່ 5 ທີມດັງຕາມຢູ່ຫ່າງໆ.
ເໜືອກວ່າທຸກສະໂມສອນໃນ 5 ລີກໃຫຍ່ຂອງທະວີບຢູໂຣບສຳລັບ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ອັງກິດ ພາຍໃຕ້ການນຳທີມເອຣິກ ເທນ ຮາກ ຜູ້ຈັດການທີມຊາວເຢຍລະມັນ ທີ່ສ້າງສະຖິຕິຄວ້າໄຊຊະນະຫລາຍທີ່ສຸດໃນເວລານີ້ ໂດຍທີ 5 ທີມດັງຢູ່າງ ບາເຊໂລນາ, ນາໂປລີ, ຣຽວ ມາດຣິດ, ປາຣີສ ແຊັງ ແຊັກແມັງ ແລະ ແມນເຊສເຕີ ຊິຕີ.
ແມນເຊສເຕີ ຢູໄນເຕັດ ຄວ້າໄຊຊະນະໄປແລ້ວເຖິງ 31 ນັດ ໃນທຸກລາຍການຈົນເຖິງຕອນນີ້ ເຊິ່ງຖືຫລາຍກວ່າ 5 ທີມດັງຂ້າງຕົ້ນຢ່າງ ບາເຊໂລນາ, ນາໂປລີ, ຣຽວ ມາດຣິດ, ປາຣີສ ແຊັງ ແຊັກແມັງ, ແມນເຊສເຕີ ຊິຕີ ທີ່ສາມາດຄວ້າໄຊຊະນະໃນທຸກລາຍການເວລານີ້ທີ 27 ນັດ.
ສຳລັບ ແມນເຊສເຕີ ຢູໄນເຕັດ ຫາກໍເປີດສະໜາມສະໜາມ ໂອນ ແທຣ໊ຟຟອດ ໄລ່ຖະຫລົ່ມເອົາຊະນະ ຣຽວ ເບຕິສ ຂາດລອຍ 4-1 ໃນການແຂ່ງຂັນ ຢູຟາ ຢູໂຣປາລີກ 2022-23 ຮອບ 16 ທີມສຸດທ້າຍ ນັດທຳອິດ ເມື່ອວັນທີ 9 ທີ່ຜ່ານມາ ລ້າງອາຍຈາກເກມລີກນັດທີ່ບຸກໄປເສຍລີເວີພູລ ຊະນິດທີ່ຂາດລອຍເຖິງ 0-7 ເມື່ອວັນອາທິດທີ່ຜ່ານມາ.