ປີ 2022 ຜ່ານມາ ຫລວງພະບາງໄດ້ຮັບງົບປະມານການລົງທຶນ 200 ໂຄງການ ມູນຄ່າ 62 ຕື້ກວ່າກີບ ເຈົ້າແຂວງເນັ້ນຕື່ມ ໃຫ້ໃຊ້ທ່າແຮງບົ່ມຊ້ອນ ແລະ ຍາດແຍ່ງການຊ່ວຍເຫລືອ
ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກ ແຜນການ ແລະການລົງທຶນແຂວງ ລາຍງານ ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ວັນທີ 10 ມີນາ 2023 ຜ່ານມານີ້ວ່າ: ປີ 2022 ແຂວງຫລວງພະບາງ ໄດ້ຮັບງົບປະມານການລົງທຶນຂອງລັດ ທັງໝົດ 217 ໂຄງການ, ມີມູນຄ່າ 62.618,07 ລ້ານກີບ, ໃນນັ້ນປະກອບມີບ້ວງແຂວງເປັນຜູ້ຈັດສັນ 176 ໂຄງການ, ມູນຄ່າ 25.740,98 ລ້ານກີບ, ບ້ວງສູນກາງເປັນຜູ້ຈັດສັນ 41 ໂຄງການ, ມູນຄ່າ 36.877,09 ລ້ານກີບ.
ຜ່ານການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ທັງໂຄງການສະເໜີໃໝ່ ແລະໂຄງການສືບຕໍ່, ສາມາດອະນຸມັດສັ່ງຈ່າຍເງິນໂຄງການ ໄດ້ທັງໝົດ 216 ໂຄງການ, ມູນຄ່າ 62.418,07 ລ້ານກີບ, ເທົ່າກັບ 99,68% ຂອງແຜນການ,ພ້ອມດຽວກັນນີ້ການຊໍາລະສະສາງກໍສໍາເລັດ100% ຕາມມູນຄ່າອະນຸມັດ.
ນອກນັ້ນ ຍັງໄດ້ສັງລວມ ແລະ ຄົ້ນຄວ້າຈັດສັນເງິນເກີນແຜນຂອງແຂວງ ປະຈໍາປີ 2021 ເຂົ້າໃນການຊໍາລະໜີ້ ໂຄງການລົງທຶນຂອງລັດຈໍານວນໜຶ່ງແລະໄດ້ຈັດສັນງົບປະມານ ບ້ວງ 80 ລ້ານບາດ ທີ່ທາງແຂວງໄດ້ຍາດແຍ່ງເອົາການຊ່ວຍເຫຼືອຈາກບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ເຂົ້າໃນການພັດທະນາໂຄງລ່າງພື້ນຖານຂອງແຂວງ.
ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ກໍໄດ້ເນັ້ນເຖິງຫລາຍບັນຫາ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີໃຫ້ສອດຄ່ອງໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ, ສຸມໃສ່ຂອດການຍາດແຍ່ງຄວາມຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ປັບປຸງການຈັດສັນໂຄງການລົງທຶນຂອງລັດ ແລະເອກະຊົນ, ວຽກງານຄຸ້ມຄອງການລົງທຶນ, ປັບປຸງກົນໄກໃຫ້ມີຄວາມກົມກຽວສອດຄ່ອງໃນລວງດຽວກັນ ແລະ ຫັນເປັນທັນສະໄໝ, ປັບປຸງນິຕິກໍາລຸ່ມກົດໝາຍໃຫ້ຫັດກຸມຂຶ້ນ, ການລວມສູນທຶນພັດທະນາຕ້ອງເປັນຈຸດດຽວບໍ່ວ່າຈະເປັນທຶນກູ້ຢືມ ຫຼືໂຄງການຊ່ວຍເຫຼືອລ້າ, ການແບ່ງຂັ້ນຄຸ້ມຄອງການລົງທຶນຂອງລັດ ຕ້ອງໃຫ້ລະອຽດ ແລະວຽກງານດ້ານອື່ນໆ ເພື່ອພ້ອມກັນສຸມໃສ່ ໃຫ້ມີຜົນສໍາເລັດຢ່າງກວ່າເກົ່າ.